ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 14 ມິຖຸນາ 2025

  

ສູນເສຍອົງຄະພິເສດ 790 ເປີດ​ອົບຮົມ​-ຫັດ​ແອບ ການເມືອງ ການ​ທະຫານ, ພະ​ລາທິການ-ເຕັກນິກ ປະຈຳ​ປີ 2025
ເວລາອອກຂ່າວ: 2025-05-16 09:24:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1621 | ຄວາມນິຍົມ:



ວັນ​ທີ 14 ພຶດສະພາ 2025 ນີ້, ສູນ​ເສຍ​ອົງຄະ​ພິເສດ 790 ໄດ້​ເປີດ​ພິທີ​ອົບຮົມ​-ຫັດ​ແອບການເມືອງ, ການ​ທະຫານ, ພະ​ລາທິການ-ເຕັກນິກ ປະຈຳ​ປີ 2025, ໂດຍ​ການ​ເປັນ​ປະທານຂອງ​ ສະຫາຍ ພັນ​ໂທ ບຸນ​ມີ ອິນ​ທະ​ວົງສາ​ ເລຂາ​ໜ່ວຍ​ພັກ ຫົວໜ້າ​ການເມືອງ ​ສູນ​ເສຍ​ອົງຄະ​ພິເສດ 790, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ທ່ົວ​ສູນ​ເສຍ​ອົງຄະ​ພິເສດ 790 ເຂົ້າ​ຮ່ວມ. ສະຫາຍ ສະຫາຍ ພອນ​ປະເສີດ ສີ​ບຸນ​ເຮືອງ ຊ່ວຍ​ວຽກ​ອົບຮົມ ສູນ​ເສຍ​ອົງຄະ​ພິເສດ 790 ໄດ້​ຜ່ານ​ແຜນການ​ຫັດ​ແອບ ໂດຍ​ອີງ​ຕາມ ຄຳ​ສັ່ງ​ອົບຮົມ-ຫັດ​ແອບ​ການ​ທະຫານ, ການເມືອງ, ພະລາ​ທິ​ການ- ເຕັກນິກ ​ປະຈຳ​ປີ 2023 ໃຫ້​ແກ່​ກຳລັງ​ຫຼວງ, ກຳລັງ​ທ້ອງຖິ່ນ​ໃນ​ທົ່ວ​ກອງທັບ ຂອງ​ກົມ​ໃຫຍ່​ເສນາ​ທິ​ການ. ອີງ​ຕາມ ຄຳ​ສັ່ງ​ແນະນຳ​ ຂອງ​ກົມ​ອົບຮົມ ວ່າ​ດ້ວຍ​ການ​ອົບຮົມ-ຫັດ​ແອບ, ປັບປຸງ​ລະບຽບ​ແບບແຜນ, ເຝິກຝົນ​ກຳລັງ​ແຮງ​ກາຍປະຈຳ​ປີ 2022. ອີງ​ຕາມ ແຜນການ​ອົບຮົມ-ຫັດ​ແອບ ການເມືອງ, ການ​ທະຫານ, ພະລາ​ທິ​ການ-ເຕັກນິກ ປະຈຳ​ປີ 2025 ຂອງ​ສູນ​ເສຍ​ອົງຄະ​ພິເສດ 790. ດັ່ງນັ້ນ, ສູນ​ເສຍ​ອົງຄະ​ພິເສດ 790 ຈຶ່ງ​ໄດ້​ສ້າງ​ແຜນການອົບຮົມ-ຫັດ​ແອບ ໃຫ້​ພະນັກງານ-ນັກຮົບ ປະຈຳ​ປີ 2025. ການ​ອົບຮົມ-ຫັດ​ແອບ ໃນ​ຄັ້ງ​ນີ້ ແມ່ນ​ແນ ໃສ່​ໃຫ້​ພະນັກງານ-ນັກຮົບ ໄດ້​ຮັບ​ຮູ້ ແລະ ເຊື່ອມ​ຊຶມ​ຕໍ່ໜ້າ​ທີ່​ວຽກ​ງານ​ປ້ອງ​ກັນ​ຊາດ​ປ້ອງກັນ​ຄວາມ​ສະຫງົບຕາມ​ແນວທາງ​ແຜນ​ນະໂຍບາຍ ຂອງ​ພັກ-ລັດ​ວາງ​ອອກ​ໃນ​ສອງ​ໜ້າທີ່​ຍຸດ​ທະ​ສາດ​ຄື: ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະ​ເທ​ດ​ຊາດ. ເພື່ອ​ເຝິກຝົນ​ຫຼໍ່​ຫຼອມ​ທາງ​ດ້ານ​ຄຸນສົມບັດ​ສິນ​ທຳ​ປະຕິບັດ, ມີ​ລະບຽບ​ວິໄນ​ເຂັ້ມ​ງວດປະຕິບັດ​ລະບຽບ​ແຜນ ຂອງ​ກອງທັບ ແລະ ລະບຽບ​ກົດໝາຍ​ຂອງ​ລັດ​ວາງ​ອອກ​ໃຫ້​ຖືກຕ້ອງ; ເພື່ອ​ໃຫ້​ມີ​ຄວາມ​ຮູ້, ຄວາມ​ສາມາດ ທາງ​ດ້ານ​ສິລະປະ​ຍຸດ, ຍຸດທະວິທີ ຂອງ​ທະຫານ​ຮາບ ເພື່ອ​ນຳ​ໃຊ້​ເຂົ້າ ໃນ​ການ​ປະຕິບັດ​ໜ້າທີ່​ສູ້​ຮົບ​ເພື່ອ​ໃຫ້​ໄດ້​ຮັບ​ຜົນ. ຄາດ​ວ່າ​ພະນັກງານ-ນັກຮົບ ທີ​່ໄດ້​ອົບ​ຮົມ-​ຫັດ​ແອບ​ຕ້ອງ​ກຳ​ແໜ້ນ​ທິດ​ສະ​ດີ​ຫຼັກການ​ໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ເຄື່ອນ​ໄຫວ​ສູ້​ຮົບ​ໄດ້​ດີ ເພື່ອ​ເຮັດ​ສຳເລັດ​ໜ້າທີ່ ທີ່​ການຈັດຕັ້ງ​ມອບ​ໝາຍ​ໃຫ້, ຕ້ອງ​ຊຳນິ​ຊຳນານ​ໃນ​ການຈັດຕັ້ງ​ປະຕິບັດ​ການ​ຍິງເປົ້າໝາຍດ້ວຍລູກປືນ​ແທ້, ຍິງ​ທຳລາຍ​ບັນດາ​ເປົ້າ​ໝາຍ ໃຫ້​ໄດ້​ຢ່າງ ແມ້ນ​ຢໍາ, ສ້າງ​ໃຫ້​ໄດ້​ນັກ​ຍິງ​ເກັ່ງ 85% ຂຶ້ນ​ໄປ; ຕ້ອງ​ໃຫ້​ຮັບປະກັນ​ຄວາມ​ປອດ​ໄພ​ຄົນ ແລະ ພາຫະນະ​ໃຫ້​ໄດ້ 100%. ສ່ວນ​ເນື້ອ​ໃນ​ການ​ອົບ​ຮົມ-​ຫັດ​ແອບ​ມີ​ຄື: ວິຊາ​ການເມືອງ 28 ຊົ່ວໂມງ, ພະ​ລາທິການ-ເຕັກນິກ 35, ເສນາ​ຮັກ 14, ບໍລິຫານ-ສັງ​ລວມ 14, ການ​ທະຫານ 98, ລະບຽບ 42, ກີລາ​ການ​ທະຫານ 7, ສິລະປະ​ຍຸດ 14 ແລະ ຫັດ​ແອບ​ວິຊາ​ຫັດ​ແອບ​ປະສານ ແລະ ຍິງ​ລູກ​ປືນ​ແທ້ 32 ຊົ່ວໂມງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ