
ກົມໃຫຍ່ເຕັກນິກກອງທັບໄດ້ມອບລົດໃຫ້ກອງບັນຊາການທະຫານແຂວງຫຼວງນໍ້າທາ
ເວລາອອກຂ່າວ: 2025-05-21 09:51:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2930 | ຄວາມນິຍົມ:
ວັນທີ 19 ພຶດສະພາ 2025 ນີ້, ກົມໃຫຍ່ເຕັກນິກກອງທັບ ເຊິ່ງນໍາໂດຍ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ຮອງຫົວໜ້າໃຫ່ຍເຕັກນີກກອງທັບ, ພ້ອມດ້ວຍສະຫາຍ ພັນເອກ ອານຸສອນ ຈະເລີນພົນມີໄຊ ຫົວໜ້າກົມຄຸ້ມຄອງລົດ - ເຮືອ ກົມໃຫຍ່ເຕັກນິກກອງທັບ ແລະ ທິມງານ ໄດ້ນໍາເອົາລົດຊິ້ງ ຈໍານວນ 04 ຄັນ (ສີ່ຄັນ) ມາມອບໃຫ້ກອງບັນຊາການທະຫານແຂວງຫຼວງນໍ້າທາ ໃຫ້ກຽດກ່າວຮັບໂດຍ ສະຫາຍພັນເອກ ບຸນມີ ໄຊປະເສີດ ຮອງເລຂາຄະນະພັກ ຫົວໜ້າການທະຫານ ມີສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ເລຂາຄະນາພັກ ຫົວໜ້າການເມືອງ ພ້ອມດ້ວຍຄະນະພັກ - ຄະນະບັນຊາກອງບັນຊາການທະຫານເເຂວງຫຼວງນ້ຳທາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພະຍານ.
ການມອບລົດຊີ້ງ ທັງ 04 ຄັນໃນຄັ້ງນີ້ ເພື່ອນໍາໄປມອບຕໍ່ໃຫ້ ງໍ 418, ງໍ 419, ຄໍ 132 ແລະ ຄໍ 135 ໄວ້ນໍາໃຊ້ເຂົ້າໃນວຽກງານການຂົນສົ່ງ ວັດຖຸສິ່ງຂອງຕ່າງໆໄປຍັງບັນດາປ້ອມທີ່ຫ່າງໄກສອກຫຼີກ.
ໂອກາດນີ້, ສະຫາຍ ພັນເອກ ບຸນມີ ໄຊປະເສີດ ຮອງເລຂາຄະນະພັກ ຫົວໜ້າການທະຫານ ຕາງໜ້າຄະນະພັກ-ຄະນະບັນຊາການບັນຊາການທະຫານແຂວງ ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງລົ້ນເຫຼືອ ມາຍັງສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ຮອງຫົວໜ້າໃຫ່ຍເຕັກນີກກອງທັບ ພ້ອມດ້ວຍຄະນະ ທີ່ເຫັນໄດ້ຄວາມສໍາຄັນໃນການປະຕິບັດໜ້າ ຢູ່ກໍາລັງທ້ອງຖິ່ນ ກໍ່ຄືເຂດຫ່າງໄກສອກຫຼີກ ໃນກໍາລັງປ້ອງກັນຊາດທ້ອງຖິ່ນແຂວງຫຼວງນໍ້າທາ ທີ່ໄດ້ນໍາເອົາລົດຊີ້ງ ຈໍານວນດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ພ້ອມໃຫ້ຄໍາໝັ້ນສັນຍາວ່າຈະນໍາໄປແຈກຍາຍໃຫ້ກົມກອງດັ່ງກ່າວ ແລະ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.
ໂດຍ: ແສງທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ