ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ທົ່ວກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2025-05-21 14:41:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2871 | ຄວາມນິຍົມ:



ໃນວັນທີ 21 ພຶດສະພາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ທີ່ຂຶ້ນກັບ ກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ. ສະຫາຍ ພັນເອກ ອໍາພອນ ສຸກວິໄຊ ກໍະມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບລາຍງານ ແລະ ຕີລາຄາຄືນການນໍາພາປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປະຈໍາປີ 2025 ໃນໄລຍະຜ່ານມາ, ຄະນະພັກກົມໃຫຍ່ການເມືອງກອງທັບ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນບັນຫາສໍາຄັນ ນໍາພາ-ຊີ້ນໍາຄະນະພັກຮາກຖານ, ຄະນະໜວ່ຍພັກ ຕະຫຼອດຮອດພະນັກງານ-ສະມາຊິກພັກ ທົ່ວອົງການກົມໃຫຍ່ການເມືອງກອງທັບ ມີຄວາມສະຫງົບ ປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຖືເອົາຄຸນນະພາບເປັນກົກ, ເອົາປະລິມານເປັນສໍາຄັນ. ນອກນັ້ນ, ຍັງໄດ້ປັບປຸງແບບແຜນການນໍາພາ ຂອງຄະນະພັກຮາກຖານ, ຄະນະໜ່ວຍພັກ ໃຫ້ມີຄວາມເປັນເອກະພາບ ແລະ ປະຕິບັດຕາມລະບຽບຫຼັກການນໍາພາຂອງພັກຢ່າງຖືກຕ້ອງ, ເອົາໃຈໃສ່ເພີ່ມທະວີຍົກສູງວຽກງານກວດກາພັກ ແລະ ປ້ອງກັນພັກ ສະຫຼຸບຕີລາຄາລາຍງານສ່ອງແສງຢ່າງເປັນປົກກະຕິ, ປັບປຸງໂຄງປະກອບດ້ານການຈັດຕັ້ງ ຂັ້ນກົມ, ຫ້ອງການ ແລະ ກອງ ໂດຍຢຶດໝັ້ນ 5 ຫຼັກການ 3 ທິດນໍາຂອງພັກ ມີຄວາມໜັກແໜ້ນ ເຂັ້ມແຂງ, ມີຄວາມໂປງໃສ ແລະ ມີຄຸນນະພາບ, ຮັບປະກັນໄດ້ໃນການສ້າງພະນັກງານ 3 ຮຸ່ນ ສືບທອດປ່ຽນແທນ, ຮັກສາໄດ້ລະບອບດໍາເນີນຊີວິດການເມືອງພາຍໃນພັກ ແລະ ເສຍເງິນສະຕິພັກຢ່າງເປັນປົກກະຕິ, ຈັດຕັ້ງເປີດຮຽນສະໜັບສະໜູນ ແລະ ກົດລະບຽບພັກປະຊາຊົນປະຕິວັດລາວ ໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອກະກຽມຂະຫຍາຍເຂົ້າເປັນສະມາຊິກພັກ ຖືກຕາມຂັ້ນຕອນລະບຽບການຂອງພັກຢ່າງເຂັ້ມງວດ. ປັດຈຸບັນ ທົ່ວອົງຄະນະພັກກົມໃຫຍ່ການເມືອງກອງທັບ ມີ 10 ຄະນະພັກຮາກຖານ, ມີ 61 ໜ່ວຍພັກ. ສາມາດຕີລາຄາແບ່ງປະເພດຄຸນນະພາບ ຂອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສະມາຊິກພັກແຂງ ປະຈຳປີ 2024 ໄດ້ດັ່ງນີ້: ປະເພດແຂງໄດ້ 82,96%, ກາງ 2,73%, ບໍ່ໄດ້ແບ່ງປະເພດ 14,07% ແລະ ຮັບຮອງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 32 ໜ່ວຍພັກ ໃນນັ້ນ,ຮັບຮອງ 6 ຄັ້ງຕິດຕໍ່ກັນມີ 17 ກົມກອງ, 5 ຄັ້ງຕິດຕໍ່ກັນມີ 3 ກົມກອງ, 4 ຄັ້ງຄິດຕໍ່ກັນມີ 3 ກົມກອງ, 3 ຄັ້ງຕິດຕໍ່ກັນມີ 1 ກົມກອງ, 2 ຄັ້ງຄິດຕໍ່ກັນມີ 4 ກົມກອງ ແລະ ສະເໜີຮັບຮອງໃໝ່ມີ 4 ກົມກອງ. ຈາກນັ້ນ, ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາງວົງ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກປະຈໍາການຢູ່ກະຊວງປ້ອງກັນປະເທດ ຈໍານວນ 1.019 ສະຫາຍ, ຍິງ 56 ສະຫາຍ ຕໍ່ຜູ້ທີ່ມີຜົນງານດີເດັ່ນ, ມີເງື່ອນໄຂມາດຖານຄົບຖ້ວນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ຖັນແຖວພະນັກງານສະມາຊິກພັກ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບັນພື້ນຖານຢຶດໝັ້ນ 5 ຫຼັກການ 3 ທິດດນໍາຂອງພັກໃຫ້ເປັນໜ້າທີ່ຄວາມຮັບຜິດຊອບຂອງໝົດທຸກຄົນ ແລະ ສາມາດເປັນແກນນໍາໃນລະບົບການເມືອງຢູ່ໃນກົມໃຫຍ່ການເມືອງກອງທັບຢ່າງແທ້ຈິງ ໂດຍການຫັນເອົາມະຕິ, ຄໍາສັ່ງ ຂອງຂັ້ນເທິງ ກໍຄືມະຕິຂອງກົມກອງມາຈັດຕັ້ງປະຕິບັດໃຫ້ສອດຄ່ອງແທດເໝາະກັບຈຸດພິເສດໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນ ພ້ອມນັ້ນ, ກໍເອົາໃຈໃສ່ວຽກງານກວດກາພັກໃນຖານະທີ່ເປັນເສນາທິການຊ່ວຍຄະນະພັກຂັ້ນເທິງ ໄປພ້ອມກັບການສ້າງແຜນການ, ຄາດໝາຍສູ້ຊົນແຕ່ລະໄລຍະໃຫ້ລະອຽດຈະແຈ້ງ ແລະ ນໍາເອົາເນື້ອໃນກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ໃນຄະນະພັກຂອງຕົນໃຫ້ປະສົບຜົນສໍາເລັດໃຫຍ່ຫຼວງຂຶ້ນກວ່າເກົ່າ. ໂດຍ: ຄໍາປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ