ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ກອງ​ພົນ​ທີ 1 ປະກາດ​ການ​ແຕ່ງຕັ້ງ​ໜ້າທີ່ ຮັກສາ​ການ ຜູ້​ຮັບຜິດຊອບ​ວຽກ​ງານ​ພະລາທິການ ກອງພັນ 162
ເວລາອອກຂ່າວ: 2025-05-22 09:08:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1493 | ຄວາມນິຍົມ:



ໃນ​ວັນ​ທີ 15 ພຶດສະພາ 2025, ຢູ່​ທີ່​ກອງພັນ 162 ທີ່​ຂຶ້ນ​ກັບ​ກອງ​ພົນ​ທີ 1 ໄດ້​ປະ​ກາ​ດກາ​​ນ​ແຕ່ງຕັ້ງ​ໜ້າທີ່ ຮັກສາ​ການ​ຮອງ​ຫົວໜ້າ​ກອງພັນ ຮັບຜິດຊອບ​ວຽກ​ງານ​ພະລາທິການ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສີ​ພັນ​ດອນ ແກ້ວ​ກັນຍາ ຮອງ​ຫົວໜ້າ​ຫ້ອງ​ພະລາທິການ ກອງ​ພົນ​ທີ 1, ມີ​ພະແນກການ​ທ່ຽວ​ກ່ຽວຂ້ອງ, ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍ ພະນັກງານ​ຫຼັກ​ແຫຼ່ງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ຄິດ ມອນ​ວິໄລ ຮອງ​ຫົວໜ້າ​ພະ​ແນກ​ແຜນການ ຫ້ອງ​ພະລາທິການ ກອງ​ພົນ​ທີ 1 ໄດ້​ຜ່ານ​ຂໍ້​ຕົກລົງ ອີງ​ຕາມ ກົດໝາຍ​ກອງທັບ​ປະ ຊາຊົນ​ລາວ ວ່າ​ດ້ວຍ​ການ​ແຕ່ງ ຕັ້ງ, ຍົກຍ້າຍ​ນາຍ​ທະຫານ, ອີງ​ຕາມ ທິດ​ທາງ​ກ່ຽວ​ກັບ​ການ​ປັບປຸງ ບູລະນະ​ກົງຈັກ​ການຈັດຕັ້ງ ນຳພາ-ບັນຊາ ໃນ​ຖັນ​ແຖວ​ກຳລັງ​ປະກອບ​ອາວຸດ​ໃຫ້​ມີ​ຄວາມ​ເຂັ້ມ ແຂງ, ໜັກ​ແໜ້ນ, ຮອບດ້ານ ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ, ອີງ​ຕາມ ການ​ຄົ້ນຄວ້າ​ເຫັນ​ດີ ເປັນ​ເອກະ​ພາບ ຂອງ​ຄະນະ​ພັກ-ຄະນະ​ບັນຊາ ກອງ​ພົນ​ທີ 1; ກອງ​ພົນ​ທີ 1 ຕົກລົງ ແຕ່ງຕັ້ງ ສະຫາຍ ພັນ​ຕີ ໄຊ​ສະຫວາດ ແກ້ວ​ລິດ​ທິ ເປັນ​ຮັກສາ​ການ​ຮອງ​ຫົວໜ້າ​ກອງພັນ ຮັບຜິດຊອບ​ວຽກ​ງານ​ພະລາທິການ ກອງພັນ 162 ປ່ຽນ​ແທນ ສະຫາຍ ພັນ​ຕີສະຫວັນ ອ່ອນ​ລັດ​ບຸນ​ມີ ທີ່​ໄປ​ຮັບ​ໜ້າທີ່​ໃໝ່ ຢູ່​ກອງພັນ​ໃຫຍ່ 102. ຈາກ​ນັ້ນ, ກໍ​ໄດ້​ເຊັນ​ບົດ​ບັນທຶກ ມອບ-ຮັບ ໜ້າທີ່​ຮັກສາ​ການ ຮອງ​ຫົວໜ້າ​ກອງພັນ ຮັບຜິດຊອບ​ວຽກ​ງານ​ພະລາທິການ ລະຫວ່າງ ຜູ້​ເກົ່າ ແລະ ຜູ້​ໃໝ່ ຢ່າງ​ເປັນ​ທາງ​ການ. ສະຫາຍ ພັນ​ໂທ ສີ​ພັນ​ດອນ ແກ້ວ​ກັນຍາ ໄດ້​ເນັ້ນ​ໜັກ​ໃຫ້​ຜູ້​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່​ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ, ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ ເພື່ອ​ເຮັດ​ສຳເລັດ​ໜ້າທີ່; ກຳ​ແໜ້​​ນ​ບັນດາ​ບັນດາ​ຂໍ້​ກຳນົດ​ກົດ​ລະບຽບ ແລະ ໜ້າທີ່​ວິຊາ​ສະເພາະ​ຂອງ​ຕົນ, ເອົາໃຈໃສ່​ຄຸ້ມ​ຄອງ ແລະ ປົກ​ປັກ​ຮັກສາ​ວັດຖຸ​ພະລາທິການ​ໃຫ້​ຖືກຕ້ອງ ແລະ ເປັນ​ລະບົບ; ເສີມ​ຂະຫຍາຍ​ຫົວຄິດ​ປະດິດ​ສ້າງ​ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ ເພື່ອ​ໜູນ​ໃຊ້​ໃຫ້​ຊອດ​ຄ່ອງ​ຕາມ​ທິດ ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ; ເອົາໃຈໃສ່​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ນາຍ ແລະ ພົນທະຫານ ເປັນຕົ້ນ​ການ​ກິນ, ດື່ມ,ທີ່ຢູ່​ອາໄສ ເພື່ອ​ໃຫ້​ມີ​ສຸຂະພາບ​ທີ່​ດີ​ຮັບປະກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ; ຕິດຕາມ​ບັນດາ​ມະຕິ, ຄຳ​ສັ່ງ ເພື່ອ​ປະ ຕິບັດ​ຖືກຕ້ອງ, ຊັດ​ເຈນ ແລະ ທັນ​ເວລາ; ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ​ກົມ​ກອງ, ປະຕິບັດ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ​ໃນ​ໝູ່​ຄະນະ; ເອົາໃຈໃສ່​ພົວພັນ​ກັບ​ຂັ້ນ​ເທິງ, ຂັ້ນ​ລຸ່ມ ເພື່ອ​ປະສານ​ສົມທົບ​ບັນດາ​ໜ້າ​ວຽກ​ໃຫ້​ມີ​ປະສິດທິພາບ​ສູງ. ໂດຍ: ໂກ​ຮັງ ພັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ