ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ເປີດ​ການ​ແຂ່ງຂັນ​ກິລາ​ການ​ທະຫານ ​ແລະ ​ກິລາ​ມວນ​ຊົນ​ທົ່ວ​ກອງທັບ ເຂດ III
ເວລາອອກຂ່າວ: 2025-05-22 09:16:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1561 | ຄວາມນິຍົມ:



ວັນ​ທີ 16 ພຶດສະພາ 2025 ນີ້, ຢູ່​ທີ່​ສະໜາມກິລາ​ແຂວງ​ສະຫວັນ​ນະ​ເຂດ ໄດ້​ຈັດ​ພິທີ​ເປີດ​ການ​ແຂ່ງຂັນ​ກິລາ​ການ​ທະຫານ​ແລະ​ກິລາ​ມວນ​ຊົນ, ຊີງ​ຂັນ​ລັດ ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ໂດຍ​ການ​ເປັນ​ປະທານຂອງ ສະຫາຍ ນາງ ຫຼິງ​ທອງ ແສງຕາ​ວັນ ຮອງເຈົ້າແຂວງ ແຂວງ​ສະຫວັນ​ນະ​​ເຂດ, ມີ​ສະຫາຍ ພັນ​ເອກ ແສງ​ອຳພອນ ພູມີ​ເງິນ ຮອງ​ຫົວໜ້າ​ກົມ​ອົມ​ຮົມ​ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ພ້ອມ​ຄະນະ​ ແລະ ​ອະນຸ​ກຳມະການ ແລະ ບັນດາ​ທີມ​ນັກ​ກິລາ​ຈາກ​ກົມ​ກອງ​ກຳລັງ​ຫຼວງ, ກຳລັງ​ທ້ອງຖິ່ນ​ພາກ​ກາງ ​ແລະ ​ພາກ​ໃຕ້​ເຂົ້າ​ຮ່ວມ​ແຂ່ງຂັນ ທັງ​ໝົດ 19 ກົມ​ກອງ. ກ່ອນ​ເຂົ້າ​ສູ່​ພິທີ​ຍັງ​ໄດ້​ຮັບ​ຊົມການສະແດງ​ສິລະ​ປະ​-ວັນນະຄະດີ​ສະໝັກ​ຫຼິ້ນ​ຈາກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສະ​ຫວັນ​ນະ​ເຂດ. ເຊິ່ງ​ປະກອບ​ມີ 4 ລາຍ ການ, ແຕ່​ລະ​ລາຍການ​ລ້ວນ​ແລ້ວແຕ່​ສ່ອງ​ແສງ​ວຽກ​ພັກ-ລັດ​ ແລະ​ກອງທັບ. ຈາກ​ນັ້ນ ສະຫາຍ ພັນ​ເອກ ສຸກ​ສະໝອນ ສີ​ພັນ​ດອນ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ສະ​ຫວັນ​ນະ​ເຂດ ທັງ​ເປັນ​ຄະນະ​ກຳມະການ​ຈັດ​ງານ​ແຂ່ງຂັນ​ກິລາ​ທົ່ວ​ກອງທັບ ​ເຂດ III ໄດ້​ຜ່ານ​ແຜ່ນ​ການ​ແຂ່ງຂັນ​ກິລາ​ໃນຄັ້ງ​ນີ້ ປະກອບ​ມີ: ກິລາ​ບານເຕະ​ຊາຍ ​ມີ 5 ຄະນະ, ກິລາ​ບານສົ່ງ​ຊາຍ​ 5 ຄະນະ, ກິລາ​ກະຕໍ້​ດ່ຽວ​ຊາຍ 12 ຄະນະ, ເປ​​ຕັງ​ປະສົມ​ຍິງ-ຊາຍ 17 ຄະນະ, ກິລາ​ການ​ທະຫານ​ມີ 165 ຄະນະ ແລະ ກິລາ​ຍິງ​ປືນ​ທະຫານ​ຮາບ 130 ຄະນະ. ການ​ແຂ່ງຂັນ​ຈະ​ໄດ້​ດຳເນີນ​ໄປ​ເປັນ​ເວລາ 7 ວັນ​ຈຶ່ງ​ຈະ​ສຳເລັດ. ໃນ​ໂອກາດ​ນີ້, ສະຫາຍ ນາງ ຫຼິງ​ທອງ ແສງຕາ​ວັນ ຮອງ​ເຈົ້າແຂວງ ແຂວງ​ສະ​ຫັວນ​ນະ​ເຂດ ທັງ​ເປັນ​ຄະນະ​ປະທານ​ຈັດ​ງານ​ແຂ່ງຂັນ​ກິລາ​ການ​ທະຫານ​ ແລະ​ ກິລາ​ມວນ​ຊົນ​ທົ່ວ​ກອງທັບ​ ເຂດ III ທີ່​ແຂວງ​ສະ​ຫັວນ​ນະ​ເຂດ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ. ເຊິ່ງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຄະນະ​ກຳມະການ​ຜູ້​ຕັດສິນ ​ແລະ​ ນັກ​ກິລາ​ແຕ່​ລະ​ປະເພດ​ການ​ແຂ່ງຂັນ​ຈົ່ງ​ພ້ອມ​ກັນ​ປະຕິບັດ​ກົດ​ກະຕິ​ກາ​ຂອງ​ກິລາ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ. ເພື່ອ​ເຮັດ​ໃຫ້ການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້​ມີ​ຄວາມ​ຈົບ​ງານ, ເປັນ​ລະບຽບ​ຮຽມ​ຮ້ອຍ​ດີ ແລະ ສ້າງ​ໄດ້​ຄວາມ​ສາມັກຄີ​ລະຫວ່າງ​ກົມ​ກອງ​ກັບ​ກົມ​ກອງ​ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ. ໂດຍ: ຄຳ​ໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ