ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ສະຫະພັນ​ນັກຮົບ​ເກົ່າ ແຂວງ​ຈຳປາ​ສັກ ສຳເລັດ​ກອງ​ປະຊຸມ​ໃຫຍ່ສະ​ມາ​ຊິກ​ພັກ ຄັ້ງ​ທີ V
ເວລາອອກຂ່າວ: 2025-05-22 09:18:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1276 | ຄວາມນິຍົມ:



ກອງ​ປະຊຸມ​ໃຫ​​ຍ່ສະມາຊິກ​ພັກ ຄັ້ງ​ທີ V ຂອງ​ໜ່ວຍ​ພັກ​ຮາກ​ຖານ​ສະຫະພັນ​ນັກຮົບເກົ່າ​ແຂວງ​ຈຳປາ​ສັກ ໄດ້​ເປີດ​ຂຶ້ນ ແລະ ປິດ​ລົງ​ດ້ວຍ​ຜົນສຳເລັດ​ຢ່າງ ຈົບງາມ ໃນ​ວັນ​ທີ 15 ພຶດສະພາ 2025 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ສະ​ນັ່ນ ສີ​ພາ​ພົມມະຈັນ ຮອງ​ເລຂາ​ພັກ​ແຂວງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ແຂວງ​ຈຳປາ​ສັກ, ມີ ສະຫາຍ ພັນ​ເອກ ບຸນ​ມາກ ວິລະ​ວົງ ເລຂາ​ໜ່ວຍ​ພັກ​ຮາກ​ຖານ, ປະທານ​ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ຈຳປາ​ສັກ, ມີຄະນະ​ຈັດ​ຕັ້ງ​ແຂວງ, ຄະນະ​ໜ່ວຍ​ພັກ​ສະຫະພັນ​ນັກຮົບ​ເກົ່າ​ແຂວງ, ແຂກ​ທີ່​ຖືກ​ເຊີນ ຕະຫຼອດ​ຮອດ​ຜູ້​ແທນ​ສົມບູນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ແສນ ພົດຈະນາ​ກິດ ປະທານ​ກວດກາ​ໜ່ວຍ​ພັກ​ຮາກ​ຖານ ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ຈຳປາ​ສັກ ໄດ້ ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ. ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ, ຂໍ້ຄົງຄ້າງ​ທີ່​ຕ້ອງ​ແກ້​ໄຂ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ໄລຍະ 5 ປີ​ທີ່ ຜ່ານ​ມາ. ຄະນະ​ໜ່ວຍ​ພັກ​ຮາກ​ຖານ​ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ຈຳປາ​ສັກ ໄດ້​ນຳພາ-ຊີ້​ນຳ ອົງ​ການຈັດຕັ້ງ​ສະຫະພັນ​ນັກຮົບ​ເກົ່າ​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ, ໜ້າທີ່​ອັນ​ທີ່​ພົ້ນ​ເດັ່ນ​ແມ່ນ​ການ​ສ້າງ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ໂດຍ​ການ​ນຳ​ເອົາ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ລົງ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ໃຫ້​ກາຍເປັນ​ຂອງ​ທົ່ວ​ປວງ​ຊົນ​ຢ່າງຮອບດ້ານ. ຊຸກຍູ້​ອົງ​ການຈັດຕັ້ງ​ຊາວ​ໜຸ່ມ​ສຶກ​ສາ​ອົບຮົມ​ຄົນ​ຮຸ່ນ​ໃໝ່​ໃຫ້​ມີ​ຄຸນ​ນະ​ພາບ. ມີ​ແນວ​ຄິດ​ຮັກ​ຊາດ, ຮັກ​ບ້ານ​ເກີດ​ເມືອງ​ນອນ, ຮັກ​ລະບອບ​ໃໝ່, ຕີ​ຖອຍ​ທຸກ​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ​ໃຫ້​ນັບ​ມື້​ໝົດ​ໄປ, ເດັດດ່ຽວ​ຕອບ​ຕ້ານ​ທຸກ​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ອິດ​ທິ​ກຳລັງ​ປໍ​ລະ​ປັກ ແລະ ກຸ່ມ​ຄົນ​ບໍ່​ຫວັງ​ດີ. ໄປ​ພ້ອມ​ກັບ​ການ​ປຸກລະດົມ​ຊຸກຍູ້​ໃຫ້​ອຳນາດ​ການ​ປົກຄອງທຸກ​ຂັ້ນ​ຕັ້ງໜ້າ​ສ້າງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໃຫ້​ປະກົດ​ຜົນ​ເປັນ​ຈິງ. ຄະນະ​ໜ່ວຍ​ພັກ​ຮາກ​ຖານ​ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ຈຳປາ​ສັກ ມີ 3 ຈຸ​ພັກ ຂຶ້ນ​ກັບມີ​ສະມາຊິກ​ພັກ​ທັງ​ໝົດ 18 ສະຫາຍ, ຄະນະ​ໜ່ວຍ​ພັກ​ຮາກ​ຖານ​ສະຫະພັນ ນັກຮົບ​ເກົ່າ​ແຂວງ ໄດ້​ຖືກ​ຮັບຮອງ​ເປັນ ໜ່ວຍ​ພັກ​ຮູ້​ນຳພາ​ຮອບດ້ານ 5 ປີ ຊ້ອນ ແລະ ເປັນ​ຄະນະ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ 2 ສະໄໝ. ຈາກ​ນັ້ນ, ໄດ້​ດຳເນີນ​ການ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່. ກອງ​ປະຊຸມ​ຄັ້ງ​ປະຖົມ​ມະ​ລຶກ​ໄດ້​ເປັນ​ເອກະສັນ​ເລືອກ​ເອົາ ສະຫາຍພັນ​ເອກ ບຸນ​ມາກ ວິລະ​ວົງ ເປັນເລຂາ​ໜ່ວຍ​ພັກ​ຮາກ​ຖານ, ສະຫາຍ ພັນ​ໂທ ບຸນ​ເນື່ອງ ສີ​ພາ ເປັນ​ຮອງ​ເລຂາ​ໜ່ວຍ​ພັກ, ສະຫາຍ ພັນ​ໂທ ຄຳ​ແສນ ພົດຈະນາ​ກິດ ເປັນ​ປະທານ​ກວດ​ການ​ພັກ ຂອງ​ ໜ່ວຍ​ພັກ​ຮາກ​ຖານ​ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ຈຳປາ​ສັກ ສະໄໝ​ທີ V. ໂດຍ: ດາ​ວົງ ບຸດ​ຕະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ