
ແຂວງຄຳມ່ວນ ແລະ ແຂວງກວາງບິ່ງ ສືບຕໍ່ວຽກງານທ້ອນໂຮມອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ
ເວລາອອກຂ່າວ: 2025-05-22 09:20:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2256 | ຄວາມນິຍົມ:
ໃນວັນທີ 19 ພຶດສະພາ 2025 ນີ້, ຄະນະປະຕິບັດງານພິເສດແຂວງຄຳມ່ວນ ສປປ ລາວ ແລະ ແຂວງກວາງບິ່ງ (ສສ ຫວຽດນາມ) ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນເພື່ອສືບຕໍ່ການຮ່ວມມືຊອກຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດ ນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມໃນຂອບເຂດພື້ນທີ່ແຂວງຄຳມ່ວນ, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພິດສະໄໝ
ກອງຊາເດດ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດ ຫົວໜ້າຄະນະປະຕິບັດງານພິເສດແຂວງຄຳມ່ວນ, ມີ ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ຮັກສາການຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ, ຮອງຫົວໜ້າຄະນະປະຕິບັດງານພິເສດແຂວງຄຳມ່ວນ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ປກຊ - ປກສ ແຂວງ, ຝ່າຍຫວຽດນາມນຳໂດຍ ສະຫາຍ ຮ່ວງ ຊວັນ ເຕີນ ກຳມະການພັກແຂວງ ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດ ແຂວງກວາງບິ່ງ, ມີ ສະຫາຍ ພັນເອກ ເຈືອງ ຍື ອີ້ ຮອງຫົວໜ້າການເມືອງ ກອງບັນຊາການທະ
ຫານແຂວງ, ຮອງຫົວໜ້າຄະນະປະຕິບັດງານພິເສດແຂວງກວາງບິ່ງ ສສ ຫວຽດນາມ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມ ຄະນະຜູ້ແທນທັງສອງຝ່າຍໄດ້ພົບປະແລກປ່ຽນບົດຮຽນ ແລະ ລາຍງານສະພາບການຮ່ວມກັນໃນແຜນພັດທະນາເສດຖະກິດ-ສັງຄົມຂອງສອງແຂວງ ເວົ້າລວມ, ເວົ້າສະເພາະໃນການຊອກຂຸດຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ໃນຂອບເຂດພື້ນທີ່ແຂວງຄຳມ່ວນ ປະຈຳລະດູແລ້ງ ປີ 2024- 2025
ທີ່ຜ່ານມາ ສາມາດຂຸດຄົ້ນ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ພື້ນທີ່ແຂວງຄຳມ່ວນ ແລະ ຈັດສົ່ງກັບຄືນປະເທດຫວຽດນາມຢ່າງສົມກຽດ ໄດ້ຈຳນວນ 17 ອັດຖິ. ສຳລັບທິດທາງແຜນການໃນຕໍ່ໜ້າ ຈະໄດ້ສືບຕໍ່ຂຸດຄົ້ນອັດຖິ ໃນສົກປີ 2025-2026 ໂດຍເລັງໃສ່ການພົວພັນຮ່ວມມື ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກສືບຕໍ່ຂຸດຄົ້ນອັດຖິໃຫ້ສຳເລັດຕາມເປົ້າໝາຍ, ສືບຕໍ່ເອົາໃຈໃສ່ໂຄສະນາປຸກລະດົມ ໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນໃນແຕ່ລະຂັ້ນ ໃຫ້ມີສ່ວນຮ່ວມເປັນເຈົ້າການ ເພື່ອເປັນການສະໜອງຂໍ້ມູນໃນການຊອກຂຸດຄົ້ນອັດຖິໃນບັນດາເມືອງຕ່າງໆ ໃຫ້ຖືກຕ້ອງຕາມເປົ້າໝາຍ ທັງນີ້, ກໍເພື່ອເປັນການແນໃສ່ເອື້ອອຳນວຍຄວາມສະດວກ ໃນການເຂົ້າມາປະຕິບັດໜ້າທີ່ໃຫ້ກອງປະຕິບັດງານພິເສດ 589 ສສ ຫວຽດນາມ, ການຊອກຂຸດຄົ້ນທ້ອນໂຮມອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ໃຫ້ໄດ້ຮັບປະສິດທິຜົນສູງ. ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ເພື່ອສືບຕໍ່ພົວພັນຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ- ຫວຽດນາມ, ຫວຽດນາມ-ລາວຕື່ມອີກ.
ໂດຍ: ວິໄລວອນ ພົມມະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ