ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ກອງພັນ​ໃຫຍ່ 279 ເປິດ​ຊຸດ​ອົບຮົມ-ຫັດ​ແອບ ໄລຍະ​ສັ້ນ ໃຫ້​ທະຫານ​ໃໝ່
ເວລາອອກຂ່າວ: 2025-05-22 09:26:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2176 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ກອງພັນ​ໃຫຍ່ 279 ໄດ້​ຈັດ​ຕັ້ງ​ເປິດ​ຊຸດ​ອົບຮົມ-ຫັດ​ແອບ ໄລຍະ​ສັ້ນ ໃຫ້​ທະຫານ​ໃໝ່ ປະຈຳ​ປີ 2024, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ບຸນ​ເພັງ ເທບ​ພາ​ພອນ ຮອງ​ຫົວໜ້າ​ກົມ​ກຳລັງ​ພົນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່, ພາກສ່ວນ​ທີ່​ກ່ຽວຂ້ອງ ຕະຫຼອດ​ຮອດ ພະນັກງານ ຄູ-ອາຈານ ແລະ ທະຫານ​ໃໝ່ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ໄກ​ສຸກ ສຸລິຍາ​ວົງ ຮອງ​ຫົວໜ້າ​ພະ​ແນກ​ເສນາ​ທິ​ການ ກອງພັນ​ໃຫຍ່ 279 ໄດ້ ຜ່ານ​ແຜນການ​ເຝິກອົບຮົມ-ຫັດ​ແອບ ໄລຍະ​ສັ້ນ ໃຫ້​ທະຫານ​ໃໝ່, ອີງ​ຕາມ​ແຜນການ​ລະດົມ​ພົນ ປະຈຳ​ປີ 2024 ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ອີງ​ຕາມ​ໃບ​ນຳ​ສົ່ງ​ທະຫານ​ພັນທະ​ປ້ອງ​ກັນ​ຊາດ ຂອງ​ກຳລັງ​ພົນ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໃຫ້​ກອງພັນ​ໃຫຍ່ 279, ອີງ​ຕາມ​ໜັງສື​ສະເໜີ​ຂອງ​ວິທະຍາຄານ​ນາຍ​ທະຫານ​ບົກ​ກົມ​ມະ​ດຳ ຂໍ​ຝາກ​ກຳລັງ​ທະຫານ​ພັນທະ ປະຈຳ​ປີ 2024 ເຂົ້າ​ເຝິກ​ຢູ່​ກອງພັນ​ໃຫຍ່ 279. ດັ່ງນັ້ນ, ກອງພັນ​ໃຫຍ່ 279 ຈຶ່ງ​ ໄດ້​ສ້າງ​ແຜນການ​ເປີດ​ຊຸດ​ອົບຮົມ-ຫັດ​ແອບ ໄລຍະ​ສັ້ນ ໃຫ້​ທະຫານ​ໃໝ່​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ຈຸດປະສົງ ເພື່ອ​ແນ່​ໃສ່​ອົບຮົມ​ໃຫ້​ທະຫານ​ໃໝ່​ທີ່​ຍັງ​ບໍ່​ທັນ​ໄດ້​ຜ່ານ​ພື້ນຖານ​ການ​ທະຫານ​ເພື່ອ​ເຮັດ​ໜ້າທີ່​ກຽມພ້ອມ​ສູ້​ຮົບ ແລະ ເຄື່ອນ​ໄຫວ​ສູ້​ຮົບ ປົກ​ປັກ​ຮັກສາ​ປະເທດ​ຊາດ, ແນ່​ໃສ່​ສຶກ​ສາ​ອົບຮົມ​ເຝິກຝົນ​ຫຼໍ່​ຫອມ​ໃຫ້​ທະຫານ ​ໃໝ່ ກາຍເປັນ​ນັກຮົບ​ທີ່​ມີ​ແນວ​ຄິດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ບໍລິສຸດ​ສັດຊື່, ຈົ່ງ​ຮັກ​ພັກດີ​ຕໍ່​ອຸດົມ​ການ​ຂອງ​ພັກ-ລັດ, ຕໍ່​ປະເທດ​ຊາດ, ຕໍ່​ກອງທັບ ແລະ ເປັນ​ການ​ເຝິກຝົນ​ຫຼໍ່​ຫຼອມ​ທັດສະນະ​ການ​ອອກແຮງ​ງານ, ດຸໝັ່ນ​ຂະຫຍັນ​ພຽນ, ປະຢັດ​ມັດ​ທະ​ຢັດ, ເຮັດ​ໃຫ້​ທະຫານ​ໃໝ່​ໄດ້​ຮຽນ​ຮູ້​ບັນດາ​ຂໍ້​ກຳນົດ, ກົດ​ລະບຽບ​ຕ່າງໆ ຂອງ​ກອງທັບ ແລະຮູ້​ດ້ານ​ທິດ​ສະ​ດີ​ຫຼັກການ​ພາກ​ປະຕິບັດ​ຕົວ​ຈິງ ຂອງ​ສິລະ​ປະຍຸດ-ຍຸດທະວິທີ, ມີ​ຄວາມ​ຊຳນິ​ຊໍາ​ນານ​ໃນ​ການ​ນຳ​ໃຊ້​ອາວຸດ​ຍຸດ​ໂທ​ປະກອນ ແລະ ຮູ້​ໝູນ​ໃຊ້​ຢ່າງ​ຄ່ອງ​ແຄ້ວ​ໃນ​ການ​ປະຕິບັດ​ໜ້າທີ່​ຕົວ​ຈິງ. ບັ້ນ​ອົບຮົມ-ຫັດ​ແອບ​ຄັ້ງ​ນີ້ ມີ​ຈຳນວນ​ພົນ​ທັງ​ໝົດ 134 ສະຫາຍ, ຍິງ 27 ສະຫາຍ, ກຳນົດ​ເວລາ​ເຝິກ​ອົບ​ຮົບ 3 ເດືອນ ໃນ​ນີ້, ອົບ​ຮົບ-ຫັດ​ແອບ ການ​ທະຫານ 420 ຊົ່ວໂມງ, ອົບ​ຮົບ​ການເມືອງ 28 ຊົ່ວໂມງ, ອົບ​ຮົບ​ພະລາທິການ 21 ຊົ່ວໂມງ ແລະ ອົບ​ຮົບ​ວຽກ​ງານ​ເຕັກນິກ 14 ຊົ່ວໂມງ. ໂດຍ: ນ໋ອດ ແສນ​ຈົງ​ຮັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ