ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ເອົາໃຈໃສ່​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ ໃນ​ການ​ປຸກລະດົມ​ຂະ​ບວນ​ການ​ຕ່າງໆ ຂອງ​ກົມ​ກອງ ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ
ເວລາອອກຂ່າວ: 2025-05-22 09:30:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1905 | ຄວາມນິຍົມ:



ພະ​ແນກ​ໂຄສະນາ​ອົມ​ຮົມ ກອງ​ພົນ​ທີ 3 ມີ​ພາລະ​ບົດບາດ​ໃນ​ການ​ເປັນ​ເສນາ​ທິ​ການ ໃຫ້​ແກ່​ຫ້ອງ​ການເມືອງ ກໍ​ຄືກອງ​ພົນ​ທີ 3 ໃນ​ການເຄື່ອນໄຫວ​ຕາມ​ຄວາມ​ ຮັບຜິດຊອບ 7 ວຽກ​ຫຼັກ ຄື: ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ, ການຈັດຕັ້ງ​ດຳເນີນ​ຊີວິດ​ການເມືອງ, ຈັດ​ຕັ້ງ​ດຳເນີນ​ກອງ​ປະຊຸມ, ຈັດ​ຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມ​ບັນດາ​ເອກະສານ​ສຳຄັນ​ຕ່າງໆ, ເຕົ້າໂຮມ​ພະນັກງານ-ນັກຮົບ ເຂົ້າ​ຮ່ວມ​ຮັບ​ຟັງ​ການ​ໂອ້​ລົມ ຂອງ​ຜູ້ນຳ​ພັກ-ລັດ​ຂັ້ນ​ສູງ, ຈັດ​ຕັ້ງ​ເຄື່ອນ​ໄຫວ​ວຽກ​ງານ​ຂ່າວ ສານ, ໜັງສືພິມ-ວິທະຍຸ, ໂທລະ​ໂຄ່ງ, ຫໍ​ມູນເຊື້ອ, ສິລະ​ປະ-ວັນນະຄະດີ, ປະດັບ​ປະດາ​ສຳນັກງານ-ອົງການ​ກົມ​ກອງ ແລະ ໂຄສະນາ​ປຸກລະດົມ​ຊຸກຍູ້​ຂະ​ບວນ​ການ​ຕ່າງໆ ຂອງ​ກົມ​ກອງ ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ເບີກບານ​ມ່ວນຊື່ນ. ສະຫາຍ ພັນ​ໂທ ຈັນທະ​ວົງ ໄພ​ວັນ​ທອນ ຫົວໜ້າ​ພະ​ແນກ​ໂຄສະນາ​ອົບຮົມ ກອງ​ພົນ​ທີ 3 ໃຫ້​ຮູ້​ວ່າ: ໃນ​ໄລຍະ 1 ປີຜ່ານມາ ພະ​ແນກ​ໂຄສະນາ​ອົບຮົມ ໄດ້​ຕັ້ງໜ້າ​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ​ຂອງ​ຕົນ ໃນ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ແກ່​ພະນັກງານ-ນັກຮົບ ໂດຍ​ໄດ້​ຈັດ​ຕັ້ງ​ປາຖະກະຖາ​ເລົ່າ​ມູນເຊື້ອ​ປະຫວັດສາດ​ສຳຄັນ​ຕ່າງໆ ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ແລະ ຂອງ​ກົມ​ກອງ​ເປັນ​ປົກກະຕິ, ຈັດ​ຕັ້ງ​ດຳເນີນ​ຊີວິດ​ການເມືອງ, ຈັດ​ຕັ້ງ​ດຳເນີນ​ກອງ​ປະຊຸມ​ສະ ຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ເດືອນ, ໄຕ​ມາດ, 6 ເດືອນ ແລະ ປະຈຳ​ປີ ຂອງ​ບັນດາ​ອົງການ, ກົມ​ກອງ, ຈັດ​ຕັ້ງ​ດຳເນີນ​ກອງ​ປະຊຸມ​ເຜີຍແຜ່​ເຊື່ອມ​ຊຶມ​ບັນດາ​ເອກະສານ​ທີ່​ຂັ້ນ​ເທິງ​ສົ່ງ​ໃຫ້ ທົ່ວ​ເຖິງ​ທຸກ​ເປົ້າ​ໝາຍ, ເຕົ້າໂຮມ​ພະນັກງານ-ນັກຮົບ ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ຜູ້ນຳ​ພັກ-ລັດ​ຂັ້ນ​ສູງ ຈາກ ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະເທດ, ການ​ນຳ​ພັກ-ລັດ​ຈາກ​ທ້ອງຖິ່ນ ທີ່​ມາ​ຢ້ຽມຢາມ​ເຮັດ​ວຽກ​ຢູ່ ກອງ​ພົນ​ທີ 3, ຊີ້​ນຳ​ການ​ອົບຮົມ​ການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ ປະຈຳ​ໄຕ​ມາດ ໃນ​ທົ່ວ​ກອງ​ພົນ ຕາມ​ແຜນການ​ອົບຮົມ​ທີ່​ກຳນົດ​ໄວ້, ຈັດ​ຕັ້ງ​ເຄື່ອນ​ໄຫວ​ວຽກ​ງານ​ຂ່າວສານ, ໜັງສືພິມ, ໂທລະ​ໂຄ່ງ, ວິທະຍຸ, ຫໍ​ມູນເຊື້ອ​ສິລະ​ປະ-ວັນນະຄະດີ ແລະ ວຽກ​ງານ​ປະດັບ​ປະດາ​ສຳນັກ ງານ​ອົງການ​ກົມ​ກອງ ໄດ້​ດີ​ກວ່າ​ເກົ່າ, ເອົາໃຈໃສ່​ປຸກລະດົມ​ຊຸກຍູ້​ຂະ​ບວນ​ການ​ຕ່າງໆຂອງ​ກົມ​ກອງ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ ໂດຍ​ການ​ຊີ້​ນຳ​ໜ່ວຍ​ງານ​ຂະ​ບວນ​ການ​ສ້າງ​ນັກຮົບ ແລະ ກົມ​ກອງ​ວັດທະນະທຳ, ເກັບ​ກຳ​ຂໍ້​ມູນ​ເພື່ອ​ສະຫຼຸບ​ສັງ​ລວມ​ປະ​ເມີນ​ຜົນ ເຊັ່ນ: ກອງພັນ 407, 417, 612, ໂຮງໝໍ​ກອງ​ພົນ​ທີ 3. ຜ່ານ ​ການເຄື່ອນໄຫວ​ວຽກ​ງານ​ໂຄສະນາ​ອົບຮົມ ໃນ 1 ປີຜ່ານມາ ເຫັນ​ວ່າ ບັນດາ​ກົມ​ກອງ​ຮາກ​ຖານ ທີ່​ຂຶ້ນ​ກັບ ກອງ​ພົນ​ທີ 3 ມີ​ທ່າ​ກ້າວໜ້າ, ພະນັກງານ-ນັກຮົບ ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ ທີ່​ໄດ້​ຮັບ​ມອບ​ໝາຍ ເຊິ່ງ​ສະແດງ​ອອກ ຄື: ວຽກ​ງານ​ຂ່າວສານ​ໜັງສືພິມ, ວິທະຍຸ, ໂທລະ ພາບ ຂຽນ​ຂ່າວ​ໄດ້ 463 ຂ່າວ, ຂຽນ​ບົດ​ໄດ້ 20 ບົດ, ຖ່າຍ​ພາບ​ໄດ້ 1.389 ພາບ, ສົ່ງ​ຂ່າວ​ໃຫ້​ໂທລະພາບ​ກອງທັບ 28 ຂ່າວ, ໜັງສືພິມ​ກອງທັບ 125 ຂ່າວ, ວິທະຍຸ​ກະຈາຍສຽງ​ກອງທັບ 125 ຂ່າວ, ຮັບ ແລະ ແຈກ​ຢາຍ​ໜັງສືພິມ​ກອງທັບ ສົ່ງ​ໃຫ້​ບັນດາ​ກົມ​ກອງ 135 ສະບັບ, ຕາ​ໜ່າງ​ຂ່າວ​ທົ່ວ​ກອງ​ພົນ ທີ່​ມີ​ຜົນງານ​ດີເດັ່ນ ໃນ​ການ​ສົ່ງ​ຂ່າວ ປະຈຳ​ປີ 2024 ປະເພດ I ມີ 1 ສະຫາຍ, ປະເພດ II ມີ 3 ສະຫາຍ, ປະເພດ III ມີ 14 ສະຫາຍ ແລະ ປະເພດ IV ມີ 13 ສະຫາຍ, ວຽກ​ງານ​ໂທລະ​ໂຄ່ງ-ຮູບເງົາ, ອ່ານ​ຂ່າວ, ບົດ, ແຈ້ງ​ການ​ຕ່າງໆ ອອກ​ໂທລະ​ໂຄ່ງ ໄດ້ 120 ບົດ-ຂ່າວ, ເປີດ​ເຄື່ອງ​ສຽງ​ຮັບ​ໃຊ້​ກອງ​ປະຊຸມ​ຢູ່​ສະໂມສອນ 26 ຄັ້ງ, ສ້າງ​ວີ​ດີ​ໂອ ແລະ ຮູບ​ພາບ​ການເຄື່ອນໄຫວ ຂອງ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ ສາຍ​ຢູ່​ສະໂມສອນ 2 ຄັ້ງ, ບັນດາ​ພະແນກການ 2 ຄັ້ງ ພ້ອມ​ທັງ​ປົກ​ປັກ​ຮັກສາ​ໂປຼ​ເຈັກ​ເຕີ​ສາຍຮູບເງົາ​ທີ່​ມີ ໃຫ້​ນຳ​ໃຊ້​ໄດ້​ຍາວ​ນານ, ວຽກ​ງານ​ວິຈິດ​ສິນ ຂຽນ​ຄຳ​ຂວັນ, ຄະຕິ​ເຕືອນໃຈ​ໃສ່​ປ້າຍ​ປະ​ໂນ​ຢູ່​ຂັ້ນ​ກອງ​ພົນ 6 ຄັ້ງ, ປັກ​ທຸງຊາດ, ທຸງ​ພັກ, ທຸງ​ທິວ ແລະ ຄຳ​ຂວັນ​ໂຄສະນາວັນ​ສຳຄັນ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ 6 ຄັ້ງ, ລົງ​ກົມ​ກອງ​ຂຽນ​ຄຳ​ຂວັນ​ພິທີການ, ຄຳ​ຂວັນ​ປ້າຍ​ໂຄສະນາ ແລະ ແຕ້ມ​ກາ​ໝາຍ​ເຫຼົ່າ​ຮົບ ລວມ 4 ຄັ້ງ, ວຽກ​ງານ​ຫໍ​ມູນເຊື້ອ-ຫໍສະໝຸດ ໄດ້​ອະນາໄມ​ຂອບ​ເຂດ​ຫໍ​ມູນເຊື້ອ 14 ຄັ້ງ, ທາສີ ແລະ ສ້ອມແປງ​ຫໍ​ມູນເຊື້ອ 2 ຄັ້ງ, ມີ​ພະນັກງານ-ນັກຮົບ​ເຂົ້າ​ຊົມ​ຫໍ​ມູນເຊື້ອ 10 ຄັ້ງ ຈຳນວນ​ພົນ 56 ສະຫາຍ, ວຽກ​ງານ​ສິລະ​ປະ-ວັນນະຄະດີ ແລະ ດົນຕີ ໄດ້​ເຝິກແອບ ແລະ ສະແດງ​ບັນດາ​ລາຍການຮັບ​ໃຊ້​ງານ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 75 ປີ 3 ຄັ້ງ, ເຄື່ອນ ​ໄຫວ​ສະແດງ​ຮັບ​ໃຊ້​ງານ​ລ້ຽງ​ຂອງ​ກອງ​ພົນ ແລະ ບັນດາ​ອົງການ, ກົມ​ກອງ ຕາມ​ການ​ສະເໜີ 40 ຄັ້ງ, ໄດ້​ຮັບ​ຂັນ​ລາງວັນ​ຊະນະ​ເລີດ​ການ​ແຂ່ງຂັນ​ນັກ​ຮ້ອງ-ຂັບ​ລຳ​ສຽງ​ດີ ເນື່ອງ​ໃນ​ໂອກາດ 75 ປີ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ 1 ໜ່ວຍ. ສະຫາຍ ພັນ​ໂທ ຈັນທະ​ວົງ ໄພ​ວັນ​ທອນ ໃຫ້​ຮູ້​ຕື່ມ​ວ່າ: ທິດ​ທາງ​ແຜນການ​ໃນຕໍ່ໜ້າ ຈະ​ສືບຕໍ່ ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ ແກ່​ພະນັກງານ-ນັກຮົບ ດ້ວຍ​ການ​ນຳ​ເອົາແນວທາງ​ນະໂຍບາຍຂອງ​ພັກ-ລັດ, ມະຕິ, ຄຳ​ສັ່ງ, ມູນເຊື້ອ​ວັນ​ສຳຄັນ​ຂອງ​ພັກ, ຂອງ​ຊາດ, ຂອງ​ກອງທັບ ແລະ ຂອງ​ກົມ​ກອງ ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ ໃນ​ທົ່ວ​ກອງ​ພົນ ມີ​ແນວ​ຄິດ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ, ສືບຕໍ່​ຈັດ​ຕັ້ງ​ດຳເນີນ​ຊີວິດ​ການເມືອງ, ຈັດ​ຕັ້ງ​ດຳເນີນ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຮອບດ້ານປະຈຳ​ເດືອນ, ປະຈຳ​ໄຕ​ມາດ, 6 ເດືອນ ແລະ ປະຈຳ​ປີ ເປັນ​ປົກກະຕິ, ສືບຕໍ່​ຊີ້​ນຳ​ການ​ອົບຮົມ​ການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ ປະຈຳ​ປີ, ໄຕ​ມາດ ຕາມ​ແຜນການ​ທີ່​ໄດ້​ກຳ ນົດ​ໄວ້​ໃຫ້​ສຳເລັດ, ສືບຕໍ່​ເຄື່ອນ​ໄຫວ​ວຽກ​ງານ​ຂ່າວສານໜັງສືພິມ, ວິທະຍຸ, ໂທລະ​ໂຄ່ງ, ຫໍ​ມູນເຊື້ອ, ວຽກ​ງານ​ປະດັບ​ປະດາ, ສືບຕໍ່​ເຝິກແອບ​ສິລະ​ປະ-ວັນນະຄະດີ ເພື່ອ​ເຂົ້າ​ຮ່ວມ​ແຂ່ງຂັນ​ນັກ​ຮ້ອງ​ສຽງ​ດີ ເນື່ອງ​ໃນ​ໂອກາດ​ຂໍ່ານັບ​ຮັບ​ຕ້ອນ 3 ວັນ​ປະຫວັດສາດ ໃຫ້​ມີ​ຂະ​ບວນ​ການ​ຟົດຟື້ນ​ຕໍ່​ເນື່ອງ, ສືບຕໍ່​ປຸກລະດົມ​ຂະ​ບວນ​ການ​ຕ່າງໆ ຂອງ​ກົມ​ກອງ ແລະ ສືບຕໍ່​ສ້າງ​ນັກຮົບ ແລະ ກົມ​ກອງ​ວັດທະນະທຳ ໃຫ້​ໄດ້ 3–4 ກົມ​ກອງ ຕາມ​ແຜນການ. ໂດຍ: ເພັດ ສົມ​ນໍ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ