
ກອງພົນທີ 2 ຈັດພິທີປູກຕົ້ນໄມ້
ເວລາອອກຂ່າວ: 2025-06-02 10:47:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 3047 | ຄວາມນິຍົມ:
ໃນວັນທີ 30 ພຶດສະພາ 2025 ນີ້, ກອງພົນທີ 2 ໄດ້ຈັດພິທີປູກຕົ້ນໄມ້ຢູ່ທີ່ໜ້າຫ້ອງການຂອງກອງພົນ, ໂດຍມີ ສະຫາຍ ພັນເອກ ສອນເພັດ ຈັນສົມ ຫົວໜ້າການທະຫານ ກອງພົນທີ 2 ມີຄະນະພັກ-ຄະນະບັນຊາອົງການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳພັດ ປະພັດສິນ ຮອງຫົວໜ້າຫ້ອງພະລາທິການ ກອງພົນທີ 2 ໄດ້ກ່າວວ່າຕະຫຼອດໄລຍະຜ່ານມາ ພັກ ແລະ ລັດຖະບານ ສປປ ລາວ ເຫັນໄດ້ຄວາມສຳຄັນ ແລະ ຄຸນປະ ໂຫຍດຢ່າງຫຼວງຫຼາຍຂອງປ່າໄມ້ ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ພັກ ແລະ ລັດຖະບານ ສປປລາວ ຈຶ່ງໄດ້ກຳນົດເອົາວັນທີ 1 ມີຖຸນາ ຂອງທຸກໆປີ ເຊິ່ງກົງກັບວັນເດັກນ້ອຍສາກົນ ເປັນວັນປູກຕົ້ນໄມ້ແຫ່ງຊາດ ເພື່ອປູກຕົ້ນໄມ້ໃຫ້ເປັນປ່າ ແນ່ໃສເຮັດໃຫ້ເນື້ອທີ່ປ່າຂຽວສົດງົດງາມ ທັງເປັນການປູກຈິດສຳນືກ ໃຫ້ທຸກຄົນຮູ້ຈັກຄຸ້ມຄອງປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ມີຄວາມອຸດົມສົມບູນ ເປັນຕົ້ນແມ່ນພູຜາປ່າດົງໃຫ້ຄົງຢູ່ກັບ ສປປ ລາວ ກໍຄືປະຊາຊົນລາວ ແລະ ລູກຫຼານລາວຕະຫຼອດໄປ ເຊິ່ງໃນນັ້ນກອງພົນທີ 2 ກໍໄດ້ຈັດຕັ້ງພິທີປູກຕົ້ນໄມ້ ໂດຍຈັດຕັ້ງປູກໃສ່ ຂອບເຂດອົງການ, ກົມກອງ ທີ່ເຫັນວ່າມີເງື່ອນໄຂ ແລະ ຄວາມເໝາະສົມ ເພື່ອເປັນການປະກອບສ່ວນໃນການສ້າງຄວາມສົມດູນໃຫ້ແກ່ທຳມະຊາດ, ສຳລັບຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້້ ມີຈຳນວນທັງໝົດ 500 ຕົ້ນ ປະກອບມີ: ຕົ້ນໝາກລີນຈີ່, ຕົ້ນໝາກເງາະ, ຕົ້ນໝາກຂຽບ ແລະ ຕົ້ນໄມ້ໄພ່ ອີກຈຳນວນໜຶ່ງ.
ໂດຍ: ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ