
ໜ່ວຍພັກ ກົມອຸປະໂພກ-ບໍລິໂພກ ສະຫຼຸບວຽກງານການນຳພາ ປະຈຳໄຕມາດ I ປີ 2025
ເວລາອອກຂ່າວ: 2025-06-02 10:49:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2825 | ຄວາມນິຍົມ:
ວັນທີ 26 ພຶດສະພາ 2025 ນີ້, ໜ່ວຍພັກ ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຕັ້ງກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານການນຳພາຮອບດ້ານ ປະຈຳໄຕມາດ I ປີ 2025 ແລະ ທິດທາງແຜນການ ປະຈຳໄຕມາດ II ປີ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສອນໄຊ ວົງພະຈັນ ກຳມະການຄະນະພັກອົງການກົມໃຫຍ່, ເລຂາໜ່ວຍພັກ, ຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ມີຄະນະໜ່ວຍພັກ, ພະນັກ
ງານ-ສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນເອກ ຈັນທະລີ ວິຈິດ ຮອງເລຂາໜ່ວຍພັກ ຮອງຫົວໜ້າກົມອຸປະໂພກ-ບໍລິໂພກກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານບົດສະຫຼຸບ ປະຈຳໄຕມາດ I ປີ 2025 ແລະ ທິດທາງແຜນການ ປະຈຳໄຕມາດ II ປີ 2025, ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ, ໂດຍສະເພາະວຽກງານປັບປຸງ ແລະ ກໍ່ສ້າງກຳລັງໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ແລະ ສອດຫ້ອຍເຂົ້າໃນທຸກຂະບວນການວຽກງານຂອງກົມກອງ, ປະຕິບັດລະບອບດຳເນີນຊີວິດການເມືອງລວມຈຸ-ໜ່ວຍ, ສ່ອງແສງລາຍງານຢ່າງເປັນປົກກະຕິ, ພະນັກງານ-ສະມາຊິກພັກທຸກສະຫາຍມີແນວຄິດອຸ່ນອຽນທຸ່ນທ່ຽງ, ບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານ ແລະ ມີຄວາມສາມັກຄີພາຍໃນພາຍນອກຢ່າງເປັນປຶກແຜ່ນແໜ້ນໜາ, ເປັນວິຊາການທີ່ດີໃນການຄຸ້ມຄອງເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຖືກຕ້ອງຕາມລະບຽບຂອງກົມໃຫຍ່ພະລິທິການກອງທັບວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ກໍ່ສ້າງໜ່ວຍພັກ ແລະ ສ້າງສະມາຊິກພັກໄປຕາມ 3 ທິດນຳ 5 ຫຼັກການໃນການກໍ່ສ້າງພັກ, ຍົກສູງຄຸນນະພາບເປັນຕົ້ນຕໍ ແລະ ດ້ານປະລິມານເປັນສຳຄັນໂດຍຕິດພັນກັບຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ເປັນແບບຢ່າງດ້ວຍການກະທຳທີ່ດີ ແລະ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງກົມກອງກໍຄືການຈັດຕັ້ງຂັ້ນເທິງພັກ-ລັດ ແລະ ກອງທັບມອບໝາຍໃຫ້ຢ່າງຈົບງາມ. ພ້ອມດຽວກັນນີ້, ຍັງເອົາໃຈໃສ່ຮັບປະກັນການລ້ຽງດູທັບທາງດ້ານການກິນຢູ່, ເຄື່ອງຮັບໃຊ້ເຮືອນຄົວ, ເຮືອນກິນ ແລະ ເຄື່ອງນຸ່ງຮົ່ມໃຫ້ນາຍ ແລະ ພົນທະຫານ, ໄປພ້ອມກັບການເບີກຈ່າຍລົງສູ່ແຕ່ລະກົມກອງແລ້ວ, ນອກນັ້ນຍັງສ້າງແຫຼ່ງລາຍຮັບເຂົ້າຄັງລວມໂດຍການຈັດຕັ້ງກັນລ້ຽງໄກ່ພັນໄຂ່, ລ້ຽງປາ ແລະ ອື່ນໆ.
ໂດຍ: ມິດຕະພາບ ບຸນພະນຸໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ