ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ຫົວໜ້າ​ກົມ​ນະໂຍບາຍ​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ສູນ​ເສຍ​ອົງຄະ 194  
ເວລາອອກຂ່າວ: 2025-10-10 09:10:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 767 | ຄວາມນິຍົມ:



ໃນ​ວັນ​ທີ 7 ຕຸລາ 2025 ນີ້, ສະຫາຍ ພັນ​ເອກ ພອນ​ມີ​ໄຊ ສີ​ວົງ​ຊຳ ຫົວໜ້າ​ກົມ​ນະໂຍບາຍ​ກົມ​ໃຫຍ່​ການເມືອງ​ກອງທັບ ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ຢ້ຽມ ຢາມ ແລະ ເຮັດ​ວຽກ​ຢູ່​ສູນ​ເສຍ​ອົງຄະ 194 ຄັງ​ໄຂ ແຂວງ​ຊຽງ​ຂວາງ, ມີ​ສະຫາຍ ພັນ​ໂທ ສົມ​ພັນ ສີ​ບຸນ​ຕາ ຮອງ​ຫົວໜ້າ​ຫ້ອງ​ການເມືອງ, ມີ​ພະ​ແນກ​ນະໂຍບາຍ, ພະ​ແນກ​ປະກັນ​ສັງຄົມ, ນາຍ ແລະ ພົນທະຫານ​ທົ່ວ​ສູນ​ເຂົ້າ​ຮ່ວມ.     ສະຫາຍ ຮ້ອຍ​ເອກ ນາງ ຄຳ​ສີ ສີ​ວັນ​ເຮືອງ ຫົວໜ້າ​ການເມືອງ ສູນ​ເສຍ​ອົງຄະ 194 ກໍ​ໄດ້​ຂຶ້ນ​ລາຍ​ງານ​ສະພາບ​ທີ່​ຕັ້ງ ແລະ ການເຄື່ອນໄຫວ​ວຽກ​ງານ​ຫຍໍ້​ໃນ​ໄລຍະ​ທີ່​ຜ່ານ​ມາ     ຈາກ​ນັ້ນ, ພະ​ແນກ​ວິຊາ​ການ​ກໍ​ໄດ້​ຜັດປ່ຽນ​ກັນ​ຊີ້​ແຈງ​ແຕ່​ລະ​ໜ້າ​ວຽກ​ຕົວ​ຈິງ​ເປັນຕົ້ນ​ວຽກ​ງານ​ປະກັນ​ສັງຄົມ, ເງິນ​ອຸດ​ໜູນ​ເສຍ​ອົງຄະ ຢ່າງ​ກົງ​ໄປ​ກົງ​ມາ​ໃຫ້​ພະ ນັກງານ​ສູນ​ໄດ້​ຮັບ​ຮູ້ ແລະ ເຂົ້າໃຈ​ແຈ້ງ​ຕໍ່​ວຽກ​ງານ​ດັ່ງກ່າວ ໂອກາດ​ນີ້, ສະຫາຍ ພັນ​ເອກ ພອນ​ມີ​ໄຊ  ສີ​ວົງ​ຊຳ ໄດ້​ຕາງໜ້າ​ໃຫ້​ຄະນະ​ກ່າວ​ສະແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ, ຄວາມ​ສາມັກຄີ​ຮັກແພງ ແລະ ຄວາມ​ເປັນ​ຫ່ວງ​ເປັນ​ໄຍ ມາ​ຍັງ​ບັນດາ​ພະນັກງານ​ປະຕິວັດ​ອາວຸໂສ​ກໍ​ຄື​ພະນັກງານ​ສູນ​ເສຍ​ອົງຄະ, ພ້ອມ​ທັງ​ກ່າວ​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ບັນດາ​ພະນັກງານ​ໃນ​ສູນ​ເສຍ​ອົງຄະ​ຈົ່ງ​ມີ​ສຸຂະພາບ​ແຂງແຮງ ພ້ອມ​ກັນ​ສ້າງສາ​ພັດທະນາ​ສູນ​ເສຍ​ອົງຄະ​ໃຫ້​ຈະເລີນ​ກ້າວໜ້າ​ຍິ່ງໆ​ຂຶ້ນ ພ້ອມ​ນັ້ນ ຍັງ​ໄດ້​ນຳ​ເອົາ​ຂອງຂວັນ​ຈຳນວນ​ໜຶ່ງ​ມາ​ມອບ​ໃຫ້​ສູນ​ເສຍ​ອົງຄະ​ຕື່ມ​ອີກ. ພາບ-ຂ່າວ: ວັດທະນາ ພັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ