ກົມຂົນສົ່ງ ປິດຊຸດອົບຮົມນັກຂັບຂີ່ ຊັ້ນຕົ້ນ ຊຸດທີ VI
ເວລາອອກຂ່າວ: 2025-10-10 14:01:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1587 | ຄວາມນິຍົມ: ![]()
ວັນທີ 9 ຕຸລາ 2025 ນີ້, ກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ ໄດ້ປິດຊຸດອົບຮົມກໍ່ສ້າງນັກຂັບຂີ່ ຊັ້ນຕົ້ນ ຊຸດທີ VI ປະຈໍາປີ 2025 ຢູ່ກອງພັນຂົນສົ່ງ 402 ກອງທັບ, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພົນຈັດຕະວາ ບຸນຍົງ ວົງພົມ ຫົວໜ້າກົມຂົນສົ່ງ, ມີຄະນະກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ, ຄະນະພັກ-ຄະນະບັນຊາ ກອງພັນຂົນສົ່ງ 401, 402, 403, ພະແນກການທີ່ກ່ຽວຂ້ອງ ແລະ ນັກຮຽນເຂົ້າຮ່ວມ.
ສະຫາຍ ພັນໂທ ສີສະຫວັນ ແສງພະຈັນ ຫົວໜ້າພະແນກແຜນການ-ສັງລວມ ກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາຜົນໄດ້ຮັບການຈັດຕັ້ງປະຕິບັດການຮຽນ-ການສອນ ຕະຫຼອດໄລຍະ 6 ເດືອນຜ່ານມາ, ຄະນະພັກ-ຄະນະບັນຊາທຸກຂັ້ນ ແລະ ຄູ-ອາຈານ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ເຮັດໃຫ້ພະນັກງານ-ນັກຮົບ ແລະ ນັກຮຽນ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ສາມາດເຮັດສຳເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍ. ຊຸດອົບຮົມກໍ່ສ້າງນັກຂັບຂີ່ ໃນຄັ້ງນີ້, ມີນັກຮຽນທັງໝົດ 73 ສະຫາຍ, ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນ ແລະ ສອບເສັງພາກທິດສະດີ ແລະ ພາກຂັບຂີ່ຕົວຈິງ ໃນນີ້, ພາກທິດສະດີ ປະເພດ ເກັ່ງ 57 ສະຫາຍ ເທົ່າກັບ 97,16%, ກາງ 15 ສະຫາຍ ເທົ່າກັບ 20,83%, ພາກຂັບຂີ່ຕົວຈິງ ປະເພດ ເກັ່ງ 29 ສະຫາຍ ເທົ່າກັບ 40,27%, ກາງ 41 ສະຫາຍ ເທົ່າກັບ 56,94% ແລະ ຄາດໝາຍ 2 ສະຫາຍ ເທົ່າກັບ 2,7%. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການເລື່ອນຊັ້ນ, ປະດັບຊັ້ນ ສິບຕີ ໃຫ້ນັກຂັບຂີ່ ຊັ້ນຕົ້ນ ຊຸດທີ VI ປະຈໍາປີ 2025 ຈໍານວນ 28 ສະຫາຍ ແລະ ມອບ-ຮັບ ໃບຢັ້ງຢືນໃຫ້ນັກຂັບຂີ່, ໃບຍ້ອງຍໍໃຫ້ແກ່ບຸກຄົນຜູ້ທີ່ມີຜົນງານດີ່ເດັ່ນໃນການຈັດຕັ້ງປະຕິບັດວຽກງານອົບຮົມໃນຄັ້ງນີ້.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງການຈັດຕັ້ງທຸກພາກສ່ວນໃນແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານ ເຮັດໃຫ້ຊຸດອົບຮົມກໍ່ສ້າງນັກຂັບຂີ່ໃນຄັ້ງນີ້ ສໍາເລັດຜົນດ້ວຍດີ. ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານອົບຮົມກໍ່ສ້າງນັກຂັບຂີ່ໃນຕໍ່ໜ້າ, ຄະນະພັກ-ຄະນະບັນຊາໃນແຕ່ລະຂັ້ນ ຈົ່ງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ສອດຫ້ອຍເຂົ້າກັບທຸກວຽກງານຂະບວນການຂອງກົມກອງ, ເພີ່ມທະວີການນໍາພາ-ຊີ້ນໍາ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດແຜນການອົບຮົມກໍ່ສ້າງໃຫ້ໄປຕາມລະບຽບຫຼັກການ, ຖືກຕາມມາດຖານທີ່ໄດ້ກຳນົດໄວ້, ສໍາລັບຄູ-ອາຈານ ຈົ່ງເອົາໃຈໃສ່ສຸມທຸກສະຕິປັນຍາເຂົ້າໃນການສ້າງແຜນການສິດສອນ, ແຕ່ງບົດສອນ ແລະ ກິດຈະກຳສິດສອນເປັນປັດໄຈຕັດສິນເຖິງຄຸນນະພາບ ຂອງການອົບຮົມກໍ່ສ້າງ, ສະເພາະນັກຂັບຂີ່ທຸກສະຫາຍ ທີ່ໄດ້ຜ່ານການສໍາເລັດການອົບຮົມໃນຄັ້ງນີ້, ເມື່ອກັບຄືນກົມກອງ ຈົ່ງພ້ອມກັນສືບຕໍ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທໍາປະຕິວັດ, ກໍາໃຫ້ໄດ້ຫຼັກສູດການຮຽນ-ການສອນ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນ ຢູ່ໃນກົມກອງໃຫ້ມີຄວາມຊໍານິຊໍານານ ແລະ ປະຕິບັດກົດຈະລາຈອນການຂັບຂີ່ ຢູ່ໃນ ສປປ ລາວ ຢ່າງເຂັ້ມງວດ, ພ້ອມກັນເຮັດສໍາເລັດທຸກໜ້າທີ່ວຽກງານຕາມການຈັດຕັ້ງມອບໝາຍໃຫ້.
ໂດຍ: ຄໍາປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















