ບໍລິສັດ ກູດຈະເລີນການຊ່າງ ຈຳກັດ ມອບລົດຈັກໄຟຟ້າ ໃຫ້ກອງບັນຊາການທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2025-10-15 09:05:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 407 | ຄວາມນິຍົມ: ![]()
ໃນວັນທີ 10 ຕຸລາ 2025 ນີ້, ບໍລິສັດ ກູດຈະເລີນການຊ່າງ ຈຳກັດ ໄດ້ມອບລົດຈັກໄຟຟ້າ ຍີ່ຫໍ້ Ewave ຈຳນວນ 2 ຄັນ ໃຫ້ກອງບັນຊາການທະຫານແຂວງໄຊຍະບູລີ ລວມມູນຄ່າທັງໝົດ 71.000.000 ກີບ, ໂດຍການກ່າວມອບໂດຍ ທ່ານ ມະໂນພາບ ປໍສະຫວັດດີ ຜູ້ອຳນວຍການບໍລິ ສັດ ກູດຈະເລີນການຊ່າງ ຈຳກັດ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ບຸນພົບ ວິໄລສັກ ຮັກສາການຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ.
ໂອກາດນີ້, ສະຫາຍ ພັນເອກ ບຸນພົບ ວິໄລສັກ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ກອງບັນ ຊາການທະຫານແຂວງໄຊຍະບູລີ ກ່າວສະແດງຄວາມຂອບອົກຂອບໃຈມາຍັງບໍລິສັດ ກູດຈະເລີນການຊ່າງ ຈຳກັດ ທີ່ໄດ້ນຳເອົາລົດມາມອບໃຫ້ກອງບັນຊາການທະ ຫານແຂວງໄຊຍະບູລີ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ລົດດັ່ງກ່າວເຂົ້າໃນວຽກງານຂອງກົມກອງ ໃຫ້ເກີດປະໂຫຍດສູງສຸດ
ໂດຍ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















