ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ການເຄື່ອນໄຫວຂອງກົມກອງຕ່າງໆ ໃນເດືອນກັນຍາຜ່ານມາ
ເວລາອອກຂ່າວ: 2025-10-15 09:10:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 426 | ຄວາມນິຍົມ:



ກອງພັນ​ໃຫຍ່ 102 ກອງ​ພົນ​ທີ 1: ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະ​ຊຸ​​ມ​ສ່ອງ​ແສງ ວຽກ​ງານ​ຮອບດ້ານ​ປະຈຳ​ໄຕ​ມາດ III ແລະ ວາງ​ທິດ​ທາງ​ແຜນການ​ປະຈຳ​ໄຕ​ມາດ IV ຂອງ​ບັນດາ​ກົມ​ກອງ ທົ່ວ​ກອງ​ພົນ​ທີ 1, ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນ​ແກ້ວ ຫົວໜ້າ​ການ​ທະຫານ ກອງ​ພົນ​ທີ 1. ໃນ​ກອງ​ປະຊຸມ ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ກົມ​ກອງ ໄດ້​ພັດ​ປ່ຽນ​ກັນ​ລາຍ​ງານ​ສະພາບ​ການເຄື່ອນໄຫວ​ວຽກ​ງານ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ໃນ​ໄລຍະ 3 ເດືອນ​ຜ່ານ​ມາ, ເຊິ່ງ​ ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ດ້ານ​ຕ່າງໆ ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ ແລະ ບັນດາ​ຂໍ້ຄົງຄ້າງ​ທີ່​ຈະ​ຕ້ອງ​ໄດ້​ສືບຕໍ່​ປັບປຸງ​ແກ້​ໄຂ ໃຫ້​ດີ​ຂຶ້ນ. ກອງ​ບັນຊາ​ການ​ທະຫານ​ເມືອງ​ເຊ​ບັ້ງໄຟ ແຂວງ​ຄຳ​ມ່ວນ: ໄດ້​ປະ ກາດ​ການ​ແຕ່ງຕັ້ງ ຂັ້ນ​ນຳພາ-ບັນຊາ ໃນ​ນີ້, ໄດ້​ສັ່ງ​ຖອນ​ສະຫາຍ ພັນ​ໂທ ຄຳ​ຜົງ ຍົງ​ລາວ​ຟອງ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ເຊ​ບັ້ງໄຟ ໄປ​ລໍຖ້າ​ຮັບ​ອຸດ​ໜູນ​ບຳນານ ຢູ່​ຫ້ອງ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ, ແຕ່ງຕັ້ງ ສະຫາຍ ພັນ​ໂທ ໄມ​ມົນ ຂຸນ​ຍຸ​ລາດ ເປັນ​ຮັກສາ​ການ​ຫົວໜ້າ​ການ​ທະຫານ ແລະ ສະຫາຍ ພັນ​ໂທ ພອນ​ໄຊ ເພັງ​ນະຄອນ ເປັນ​ຮັກສາ​ການ​ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ເຊ​ບັ້ງໄຟ, ພ້ອມ​ດຽວ​ກັນ​ນີ້, ຍັງ​ໄດ້​ປະກາດ​ການ​ບົ່ງ​ຕົວ​ແຕ່ງຕັ້ງ ສະຫາຍ ພັນ​ໂທ ພອນ​ໄຊ ເພັງ​ນະຄອນ ເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານ, ສະຫາຍ ພັນ​ໂທ ໄມ​ມົນ ຂຸນ​ຍຸ​ລາດ ເປັນ​ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ ກອງ​ບັນຊາ​ການ​ທະຫານ​ເມືອງ​ເຊ​ບັ້ງໄຟ. ໃນ​ພິທີ ຍັງ​ໄດ້​ລົງ​ນາມ​ເຊັນ​ບົດ​ບັນທຶກ​ມອບ​ຮັບ​ໜ້າທີ່​ເຊິ່ງ​ກັນ ແລະ ກັນ ລະຫວ່າງ ສະຫາຍ ຫົວໜ້າ​ການເມືອງ (ຜູ້​ເກົ່າ) ແລະ ສະຫາຍ ຫົວໜ້າ​ການເມືອງ (ຜູ້​ໃໝ່). ເຂົ້າ​ຮ່ວມ​ໃນ​ ພິທີ​ມີ​ສະຫາຍ ພັນ​ເອກ ບຸນ​ເລີດ ບຸບຜາ​ວັນ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ແລະ ສະຫາຍ ເພັດ​ສະເດັດ ໄຊ​ຍະ​ລາດ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ເມືອງ ເຊ​ບັ້ງໄຟ. ກອງພັນ​ທີ 2 ທີ່​ຂຶ້ນ​ກັບ ກອງພັນ​ໃຫຍ່ 202 ກອງ​ພົນ​ທີ 2: ໄດ້​ປະກາດ​ການ​ແຕ່ງຕັ້ງ ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ກອງພັນ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ ສະຫາຍ ພັນ​ໂທ ຄຳ​ໄບ ວິໄລ​ພອນ ຮອງ​ຫົວໜ້າ​ພະແນກການ​ເມືອງ, ຜູ້​ຊີ້​ນຳ​ ວຽກ​ງານ​ອົງ​ການຈັດຕັ້ງ​ມະຫາຊົນ ກອງພັນ​ໃຫຍ່ 202. ໂດຍ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຂອງພະແນກການ​ເມືອງ ກອງພັນ​ໃຫຍ່ 202 ວ່າ​ດ້ວຍ​ການ​ແຕ່ງຕັ້ງປ່ຽນ​ແທນ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ກອງພັນ​ທີ 2 ໃນ​ນີ້, ແຕ່ງຕັ້ງ ສະຫາຍ ຮ້ອຍ​ເອກ ພອນ​ສະຫວັນ ສັນຕິ​ບຸນ​ແທນ ເປັນ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ປ່ຽນ​ແທນ ສະຫາຍ ພັນ​ໂທ ອ່ຽງ ຄຳ​ພັນ ທີ່​ໄປ​ຮັບ​ໜ້າທີ່​ໃໝ່ ເປັນ​ຫົວໜ້າ​ການເມືອງ​ກອງພັນ, ແຕ່ງຕັ້ງ ສະຫາຍ ຮ້ອຍ​ເອກ ຕວນ ແສງ​ສຸທາ ເປັນ​ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ແລະ ແຕ່ງຕັ້ງ ສະຫາຍ ຮ້ອຍ​ໂທ ບຸນ​ມີ ໂສພາ ເປັນ​ກຳ​ມະ​ການຈັດຕັ້ງ ຄະນະ​ບໍລິຫານ​ງານ​ໜ່ວຍ​ຊາວ​ໜຸ່ມ ກອງພັນ​ທີ 2. ອົງການ​ປົກ​ປ້ອງ​ກົດໝາຍ ກອງບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ: ໄດ້​ລົງ​ໂຄສະນາ​ເຜີຍ ແຜ່​ກົດໝາຍ ແລະ ນິຕິ​ກຳ​ພາຍ​ໃຕ້​ກົດໝາຍ ຢູ່​ກອງ​ບັນຊາ​ການ ​ທະຫານ​ເມືອງ​ລະ​ມາມ, ສະຫະພັນ​ນັກຮົບ​ເກົ່າ​ແຂວງ, ຫ້ອງການ​ຄະນະ​ກຳມະການ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ແລະ ກອງປະຕິບັດ​ງານ 137, ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພັນ​ໂທ ສັງວານ ແສງ​ສັກສິດ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ, ຫົວໜ້າ​ຄະ ນະ​ລົງ​ໂຄສະນາ​ເຜີຍແຜ່​ກົດໝາຍແລະ ນິຕິ​ກຳ​ໃຕ້​ກົດໝາຍ​ຂັ້ນ​ກອງ​ບັນຊາ​ການ. ຈຸດປະສົງ ກໍ​ເພື່ອ​ເປັນ​ການ​ສຶກ​ສາ​ອົບຮົມ ໃຫ້​ພະນັກງານ-ນັກຮົບ ຮັບ​ຮູ້ ແລະ ເຂົ້າໃຈ​ແຈ້ງ ກ່ຽວ​ກັບ​ລັດ​ຖະ​ທຳ​ມະນູນ ແລະ ກົດໝາຍ​ຕ່າງໆ ທີ່​ລັດ​ປະກາດ​ໃຊ້, ໂດຍ​ສະເພາະ​ບັນດາ​ກົດໝາຍ​ທີ່​ກ່ຽວຂ້ອງ​ກັບ​ວຽກ​ງານ​ປ້ອງ​ກັນ​ຊາດ ແລະ ບັນດາ​ ກົດໝາຍ​ທີ່​ຕິດ​ພັນ​ກັບ​ການ​ດຳລົງ​ຊີວິດຂອງ​ພະນັກງານ-ນັກຮົບ, ເພື່ອ​ຮັບປະກັນ​ໃຫ້​ກຳລັງ​ທ້ອງຖິ່ນ ເຂົ້າ​ເຖິງ​ແຫຼ່ງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ກົດໝາຍ​ຫຼາຍ​ຂຶ້ນ, ເຮັດ ​ໃຫ້​ພະນັກງານ-ນັກຮົບ ມີ​ຄວາມ​ຮັບ​ຮູ້ ແລະ ເຂົ້າໃຈ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດຢ່າງ​ກວ້າງຂວາງ, ມີ​ສະຕິ​ເຄົາລົບດ້ານ​ລະບຽບ​ກົດ ໝາຍ ແລະ ມີ​ລະບຽບ​ວິໄນ ຢ່າງ​ເຂັ້ມ​ງວດ. ກອງພັນ​ໃຫຍ່ 102 ກອງ​ພົນ​ທີ 1: ໄດ້​ສຳເລັດ​ການ​ອົບຮົມ-ຫັດ​ແອບ ວຽກ​ງານ​ເຕັກນິກ​ປະຈຳ​ປີ 2025, ໂດຍ​ການ​ເປັນ​ປະທານ ແລະ ຊີ້​ນຳ​ການ​ອົບ​ຮົບ​ຂອງ ສະຫາຍ ພັນ​ໂທ ຄຳ​ຟອງ ວົງ​ສູນ​ທອນ ຮອງ​ຫົວໜ້າ​ຫ້ອງ​ເຕັກນິກ​ກອງ​ພົນ​ທີ 1. ຈຸດປະສົງ ກໍ​ເພື່ອ​ເຮັດ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ທຸກ​ຂັ້ນ ແລະ ພະນັກງານ-ນັກຮົບ ຮັບ​ຮູ້​ເຊື່ອມ​ຊຶມ, ກຳ​ແໜ້ນ​ຄວາມ​ໝາຍ, ຄວາມ​ສຳຄັນ​ພື້ນ ຖານ​ເຕັກນິກ​ວິຊາ​ສະເພາະ, ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ພະນັກງານ​ວິຊາ​ສະເພາະ​ເຕັກນິກ ເຂົ້າໃຈ​ບັນດາ​ເນື້ອ​ໃນ, ວິທີ​ການ ແລະ ບົດຮຽນ​ອັນ​ຈຳເປັນ ເພື່ອ​ໝູນ​ໃຊ້​ໃຫ້​ສອດຄ່ອງ​ກັບ​ໜ້າທີ່​ວຽກ​ງານ​ຕົວ​ຈິງ ທັງ​ເປັນ​ການ​ທົບ​ທວນຄືນ​ບົດຮຽນ​ອັນ​ເກົ່າ ແລະ ອັນ​ໃໝ່​ທີ່​ໄດ້​ຮ່ຳຮຽນ ເພື່ອ​ນຳ​ມາ​ປັບປຸງ ແລະ ໝູນ​ໃຊ້ ໃຫ້​ມີ​ປະ​ສິດທິ​ຜົນ​ສູງ. ໂຮງງານ​ປະສານ​ເຫຼົ່າຫຼວງ​ພະ​ບາງ: ສະຫາຍ ພັນ​ໂທ ພະນົມ​ໄພ ວົງ​ລັດສະໝີ ອຳນວຍ​ການ​ໂຮງງານ​ປະສານ​ເຫຼົ່າ​ຫຼວງ​ພະ​ບາງ ພ້ອມ​ດ້ວຍ​ຄະນະ ໄດ້​ຕ້ອນຮັບ​ຂະ​ບວນ​ທັດສະນະ​ສຶກ​ສາ ໂຮງຮຽນ​ການເມືອງ-ການ​ປົກຄອງ ແຂວງ​ຫຼວງ​ພະ​ບາງ. ການ​ທັດສະນະ​ສຶກ​ສາ​ໃນ​ຄັງ​ນີ້, ນັກ​ສຶກ​ສາ​ໄດ້​ຮັບ​ຟັງ​ລາຍ​ງານ​ຫຍໍ້ກ່ຽວ​ກັບ​ປະຫວັດ​ຄວາມ​ເປັນ​ມາ, ທີ່​ຕັ້ງ ແລະ ການເຄື່ອນໄຫວ​ປະຕິບັດ​ໜ້າທີ່ ຂອງ​ໂຮງງານ​ໃນ​ແຕ່​ລະ​ໄລຍະ ພ້ອມ​ທັງ​ໄດ້​ລົງ​ທັດສະນະ​ຢ້ຽມ​ຊົມ ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຕົວ​ຈິງ ຂອງ​ພະນັກງານ-ນັກຮົບ ຢູ່​ແຕ່​ລະ​ພະ​ແນກ, ຂົງເຂດ​ການ​ຜະລິດ ແລະ ການ​ສ້ອມແປງ ໃນ​ຂອບ​ເຂດ​ໂຮງງານ. ກອງ​ພົນ​ທີ 3: ໄດ້​ຈັດ​ພິທີ​ປະກາດ​ການ​ແຕ່ງຕັ້ງ ພະນັກງານ​ຊ່ວຍ​ວຽກຂັ້ນ​ພະ​ແນກ, ຂັ້ນ​ກອງຮ້ອຍ, ຂັ້ນ​ໝວດ, ຂັ້ນ​ໝູ່ ຢູ່​ບັນດາ​ອົງການ, ກົມ​ກອງ​ທີ່​ຂຶ້ນ​ກັບ​ກອງ​ພົນ, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ຄຳ​ຕັນ ແສງ​ມາ​ລາພອນ ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 3, ມີ​ຄະນະ​ຫ້ອງ, ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ​ມາ​ຈາກ​ອົງການ, ກົມ​ກອງ​ເຂົ້າ​ຮ່ວມ. ທັງ​ນີ້, ກໍ​ເພື່ອ​ປະຕິບັດ​ຕາມ ທິດ​ທາງ​ກ່ຽວ​ກັບ​ການ​ປັບປຸງ​ບູລະນະ​ການຈັດຕັ້ງ​ນຳພາ-ບັນຊາ ໃນ​ກຳລັງ​ປະກອບ​ອາວຸດ ໃຫ້​ເຂັ້ມແຂງ, ໜັກ​ແໜ້ນ​ຮອບດ້ານ ເພື່ອ​ເຮັດ​ສຳເລັດ​ໜ້າ​ທີ່ ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ