ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ສືບຕໍ່ປຸກລະດົມ ແລະ ຖອດຖອນບົດຮຽນ ກ່ຽວກັບການຫັນເອົາທະຫານເປັນຄູ ແລະ ຫັນຄູອາສາເປັນທະຫານ ຢູ່ ແຂວງສາລະວັນ
ເວລາອອກຂ່າວ: 2025-10-15 14:15:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 804 | ຄວາມນິຍົມ:



ໃນວັນທີ 15 ຕຸລາ 2025 ນີ້, ຢູ່ ກອງບັນຊາການທະຫານແຂວງສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລື ການແກ້ໄຂບັນຫາຂາດແຄນຄູສອນ ແລະ ການປະລະການຮຽນ ຂອງນັກຮຽນ ແລະ ຄົ້ນຄວ້າເອົານາຍ ແລະ ພົນທະຫານ ໄປເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາ ເພື່ອໄປຊ່ວຍສອນ ຢູ່ເຂດຫ່າງໄກສອກຫຼີກ ຊຸດທີ IV, ພ້ອມທັງແລກປ່ຽນຖອດຖອນບົດຮຽນ ກ່ຽວກັບການຫັນເອົາຄູອາສາເປັນກຳລັງປ້ອງກັນຊາດ ແລະ ຫັນເອົາກຳລັງປ້ອງກັນຊາດ ໄປເປັນຄູຊ່ວຍສອນຢູ່ເຂດທຸລະກັນດານ. ໂດຍການເປັນທານ ຂອງສະຫາຍ ພົນຈັດຕະວາ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ, ມີຄະນະຮັບຜິດຊອບຈາກກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງສາລະວັນ, ກອງປະຕິບັດງານກໍ່ສ້າງຮາກຖານ, ກອງຮ້ອຍທະຫານຊາຍແດນ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ຕະຫຼອດຮອດພະນັກງານວິຊາການ ທັງສອງກະຊວງ ເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານ ການຂາດແຄນຄູສອນ ແລະ ຄວາມຕ້ອງການຄູສອນ ຈາກພາກສ່ວນຕ່າງໆ ໂດຍສະເພາະແມ່ນ ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ບັນດາກອງຮ້ອຍທະຫານຊາຍແດນ. ຈາກນັ້ນ, ກອງປະຊຸມໄດ້ ປະກອບຄຳຄິດເຫັນຢ່າງກົງໄປກົງມາ ແລະ ພ້ອມກັນຄົ້ນຄວ້າປຶກສາຫາລື ກ່ຽວກັບວິທີການແກ້ໄຂ ແລະ ເກັບກຳຂໍ້ມູນ ຄູສອນ, ຄູອາສາ ຊັ້ນປະຖົມສຶກສາຢູ່ເຂດຫ່າງໄກສອກຫຼີກ ແລະ ຖອດຖອນບົດຮຽນກ່ຽວກັບການປຸກລະດົມເອົາຄູອາສາສະໝັກທີ່ສິດສອນມາຫຼາຍປີ ເຂົ້າເປັນລັດຖະກອນປ້ອງກັນຊາດ ໃນໂຄຕ້າທັງໝົດ 2.000 ຄົນ. ນອກຈາກນີ້, ກອງປະຊຸມ ຍັງໄດ້ຄົ້ນຄວ້າປຶກສາຫາລືກ່ຽວກັບການຄັດເລືອກມາດຖານເງື່ອນໄຂ, ລວມເຖິງການຈັດຕັ້ງ, ການເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ນາຍ ແລະ ພົນທະຫານ ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ, ຄົ້ນຄວ້າເກັບກຳສະຖິຕິຄູອາສາສະໝັກທີ່ບໍ່ທັນໄດ້ເຂົ້າເປັນລັດຖະກອນ, ປືກສາຫາລືສະຖານທີ່ການເປີດຊຸດອົບຮົມວິຊາຄູ ແລະ ການຂຶ້ນແຜນງົບປະມານຮັບໃຊ້ວຽກງານດັ່ງກ່າວ ຄາດກະວ່າ ການເຝິກອົບຮົມ ຊຸດທີ IV ນີ້ ຈະຂຶ້ນຢູ່ແຂວງຈຳປາສັກ. ໂອກາດນີ້, ສະຫາຍ ພົນຈັດຕະວາ ວັນໄຊ ຄຳພາວົງ ໄດ້ຊີ້ແຈງ ແລະ ອະທິບາຍຢ່າງຄົບຖ້ວນກ່ຽວກັບມາດຖານ, ເງື່ອນໄຂ, ລວມເຖິງຍະໂຍບາຍຕ່າງໆ ສຳລັບຄູອາສາຜູ້ທີ່ຈະເຂົ້າເປັນກຳລັງປ້ອງກັນຊາດ ແລະ ພະນັກງານ-ນັກຮົບຜູ້ທີ່ຈະເຮັດໜ້າທີ່ຊ່ວຍສິດສອນຢູ່ເຂດຫ່າງໄກສອກຫຼີກ. ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ນຳເອົາເນື້ອໃນ ກໍຄືມະຕິເລກ 09/ລບ ໄປເຊື່ອມຊຶມ ແລະ ເຜີຍແຜ່ ໃຫ້ພະນັກງານ-ນັກຮົບ ມີຄວາມຮັບຮູ້ເຂົ້າໃຈຢ່າງເຖິງຖອງ ໂດຍສະເພາະແມ່ນການປຸກລະດົມເອົາຄູອາສາເຂົ້າເປັນທະຫານ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ