ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ພະຈິກ 2025

  

ປະກາດການຈັດຕັ້ງຂັ້ນບັນຊາ ຂອງບັນດາກົມກອງ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2025-10-15 14:20:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 939 | ຄວາມນິຍົມ:



ພິທີປະກາດການຈັດຕັ້ງຂັ້ນບັນຊາ ຂອງບັນດາກົມກອງ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 15 ຕຸລາ 2052 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ກຳມະການຄະນະພັກກະຊວງ, ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍກຳມະການຄະນະພັກກົມໃຫຍ່, ຄະນະພັກ-ຄະນະບັນຊາ ບັນດາກົມ, ຫ້ອງການ, ກອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ຄຳເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຫ້ອງ ແລະ ຄະນະອຳນວຍການ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ. ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ: ແຕ່ງຕັ້ງ ສະຫາຍ ສອນໄຊ ອິນທະວົງ ເປັນຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ສອນທະນູ ແສງບົວລົມ ເປັນຮອງຫົວໜ້າຫ້ອງການກຳມະບານກອງທັບ, ສະຫາຍ ພັນໂທ ນາງ ຄູນທອງ ທຳມະວົງ ເປັນອຳນວຍການຫໍສະໝຸດກອງທັບ ແລະ ສະຫາຍ ພັນໂທ ສະຫວຽງ ຈັນທະວົງ ເປັນຮອງອຳນວຍການຫໍສະໝຸດກອງທັບ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ໄດ້ໂອ້ລົມຫຼາຍບັນຫາທີ່ສຳຄັນ ແລະ ເນັ້ນໃຫ້ບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ໃນຄັ້ງນີ້, ຈົ່ງພ້ອມກັນສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີການເມືອງຂອງຕົນ ແລະ ວຽກງານທີ່ໄດ້ຮັບມອບໝາຍຈາກຄະນະ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ເປັນຕົ້ນແມ່ນດ້ານຄຸນທາດການເມືອງ, ຄຸນສົມບັດ-ສິນທຳປະຕິວັດ, ແບບແຜນວິທີເຮັດວຽກ, ແບບແຜນການດຳລົງຊີວິດ ແລະ ເປັນແບບຢ່າງນຳໜ້າໃຫ້ມະຫາຊົນ, ຕ້ອງພະຍາຍາມສູ້ຊົນຄົ້ນຄວ້າຮ່ຳຮຽນເອົາປະສົບການທີ່ດີນຳໝູ່ຄະນະ ເພື່ອນຳມາໝູນໃຊ້ ເຂົ້າໃນຈັດຕັ້ງປະຕິບັດ ໜ້າທີ່ວຽກງານຂອງຕົນໃຫ້ດີຂຶ້ນ, ເອົາໃຈໃສ່ສຶກສາອົບຮົບການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ພາຍໃນຄວາມຮັບຜິດຊອບຂອງຕົນ ໃຫ້ໜັກແໜ້ນເຂັ້ມແຂງ ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ເອົາໃຈໃສ່ຕອບຕ້ານທຸກຫຼັກສະນະແນວຄິດທີ່ບິດເບືອນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດພາຍໃນກົມກອງຂອງຕົນໃຫ້ທັນການ ເພື່ອສ້າງກົມກອງຂອງຕົນ ໃຫ້ເປັນກອງປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ໂດຍ: ສຸພາພອນ ລາດສີເມືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ