5 ປີຜ່ານມາ ສປປ ລາວ ສາມາດຜະລິດສະບຽງອາຫານໄດ້ ສະເລ່ຍ 6,75 ລ້ານໂຕນຕໍ່ປີ
ເວລາອອກຂ່າວ: 2025-11-13 09:01:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 973 | ຄວາມນິຍົມ: ![]()
ໃນໄລຍະ 5 ປີຜ່ານມາ ລັດຖະບານ ໄດ້ຊຸກຍູ້ການຜະລິດກະສິກໍາ ຄໍ້າປະກັນສະບຽງອາຫານ ເພື່ອການຊົມໃຊ້ພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າ ເຊິ່ງສາມາດຜະລິດສະບຽງອາຫານໄດ້ທັງໝົດ ສະເລ່ຍ 6,75 ລ້ານໂຕນຕໍ່ປີ ເທົ່າກັບ 96% ຂອງແຜນການ.
ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025 ແລະ ທິດທາງຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາຊາດ.
ທ່ານ ສະເຫຼີມໄຊ ກົມມະສິດ ລາຍງານໃຫ້ຮູ້ວ່າ: ວຽກຈຸດສຸມການສົ່ງເສີມການຜະລິດ-ການບໍລິການ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໂດຍສະເພາະ ດ້ານການຜະລິດກະສິກຳ ໄດ້ຊຸກຍູ້ການຜະລິດຄໍ້າປະກັນສະບຽງອາຫານ ເພື່ອການຊົມໃຊ້ພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າ ເຊິ່ງການຜະລິດເຂົ້າ, ຊີ້ນ, ປາ ແລະ ໄຂ່ ສາມາດຜະລິດຕອບສະໜອງພຽງພໍຕໍ່ການຊົມໃຊ້ພາຍໃນ. ໃນໄລຍະ 5 ປີຜ່ານມາ ສາມາດຜະລິດສະບຽງອາຫານໄດ້ທັງໝົດ ສະເລ່ຍ 6,75 ລ້ານໂຕນຕໍ່ປີ ເທົ່າກັບ 96% ຂອງແຜນການ (ແຜນການ 6,98 ລ້ານໂຕນຕໍ່ປີ). ໃນນັ້ນ, ການຜະລິດເຂົ້າບັນລຸໄດ້ 18,91 ລ້ານໂຕນ ສະເລ່ຍ 3,77 ລ້ານໂຕນຕໍ່ປີ, ບັນລຸໄດ້ຕາມແຜນການ (ແຜນການ 3,54 ລ້ານໂຕນຕໍ່ປີ), ທຽບໃສ່ປີ 2020 ເພີ່ມຂຶ້ນ 8% ຈາກ 3,5 ລ້ານໂຕນ; ພືດສະບຽງອາຫານ ປະຕິບັດໄດ້ ສະເລ່ຍ 2,41 ລ້ານໂຕນຕໍ່ປີ ລື່ນແຜນການ 13% (ແຜນການ 2,12 ລ້ານໂຕນຕໍ່ປີ) ເຊິ່ງປະກອບມີ ສາລີຫວານ 165.389 ໂຕນ, ເຜືອກມັນ 242.864 ໂຕນ, ພືດຜັກ 1,45 ລ້ານໂຕນ ແລະ ໝາກໄມ້ 451.139 ໂຕນ.
ສໍາລັບການລ້ຽງສັດ ໃນທົ່ວປະເທດ ກໍມີການຂະຫຍາຍຕົວເຊັ່ນກັນ ໃນນັ້ນ, ການຂະຫຍາຍຕົວຂອງຝູງສັດ ສະເລ່ຍບັນລຸ 4% ຕໍ່ປີ, ການປະມົງຂະຫຍາຍຕົວ 4,2% ເຊິ່ງສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້ (ແຜນການ 3-4%). ສະເພາະໃນໄລຍະ 9 ເດືອນ ປີ 2025 ສາມາດສະ ໜອງຊີ້ນ, ໄຂ່, ປາ ໄດ້ 570.000 ໂຕນ ຫຼື ເທົ່າກັບ 98,8% ຂອງແຜນການ (ແຜນການ 577.000 ໂຕນ). ເມື່ອທຽບໃສ່ຄວາມຕ້ອງການບໍລິໂພກພາຍໃນແລ້ວ ເຫັນວ່າການຜະລິດ ແລະ ການສະໜອງຊີ້ນ, ໄຂ່, ປາ ໃຫ້ແກ່ພົນລະເມືອງລາວແມ່ນພຽງພໍ ແລະ ມີຄວາມໝັ້ນຄົງໂດຍພື້ນຖານ, ໄດ້ດັດສົມການຜະລິດແນວພັນພືດ ແລະ ສັດ ເພື່ອທົດແທນການນໍາເຂົ້າ ແລະ ໄດ້ກຳນົດລາຍການແນວພັນພືດທີ່ຫ້າມນໍາເຂົ້າ ແລະ ລາຍການສິນຄ້າກະສິກຳ ທີ່ມີຄວາມຈໍາເປັນຕ້ອງໄດ້ນໍາເຂົ້າຈໍານວນໜຶ່ງ ເພື່ອເປັນພື້ນຖານໃນການສົ່ງເສີມການຜະລິດ ແລະ ສະໜອງແນວພັນພືດ-ສັດ ພາຍໃນປະເທດ, ໄດ້ສົ່ງເສີມການຜະລິດອາຫານສັດຂອງໂຮງງານອາຫານສັດ 11 ແຫ່ງ ໃນຂອບເຂດທົ່ວປະເທດ ຊເຊິ່ງມີທ່າອ່ຽງການຜະລິດທີ່ເພີ່ມຂຶ້ນໃນແຕ່ລະປີ ຈາກລະດັບການຕອບສະໜອງຕະຫຼາດພາຍໃນ 68% ໃນປີ 2023 ມາເປັນປະມານ 77% ຂອງຄວາມຕ້ອງການພາຍໃນທັງໝົດ ໃນປີ 2025 (ມະຕິສະພາໃຫ້ໄດ້ 70%).
ຄຽງຄູ່ກັນນັ້ນ, ການຜະລິດຝຸ່ນກໍມີທ່າອ່ຽງຂະຫຍາຍຕົວຈາກລະດັບ 974.000 ໂຕນ ກວມເອົາ 48,7% ຂອງການສະໜອງຕະຫຼາດ ພາຍໃນປີ 2021 ມາເປັນ ປະມານ 1 ລ້ານໂຕນໃນປີ 2025 ກວມເອົາປະມານ 50% (ມະຕິສະພາ: 50%); ການສົ່ງອອກສິນຄ້າກະສິກໍາ ໄດ້ຂະຫຍາຍຕົວໃນແຕ່ລະປີ ເຊິ່ງມູນຄ່າການສົ່ງອອກຜະລິດຕະພັນກະສິກຳ ບັນລຸໄດ້ທັງໝົດ ປະມານ 7.890 ລ້ານໂດລາ ຫຼື ສະເລ່ຍເທົ່າກັບ 1.578 ລ້ານໂດລາຕໍ່ປີ ລື່ນແຜນການ 31,49% (ຄາດໝາຍ 1,2 ຕື້ໂດລາຕໍ່ປີ). ໃນນັ້ນ, ການສົ່ງອອກພືດ ແລະ ຜະລິດຕະພັນພືດ ບັນລຸ 5.195 ລ້ານໂດລາ ຫຼື 1.039 ລ້ານໂດລາຕໍ່ປີ; ສັດ ແລະ ຜະລິດຕະພັນສັດ 477 ລ້ານໂດລາ ຫຼື 95,4 ລ້ານໂດລາຕໍ່ປີ; ການສົ່ງອອກໄມ້, ຜະລິດຕະພັນໄມ້, ຢາງພາລາ ແລະ ເຄື່ອງປ່າຂອງດົງ ບັນລຸໄດ້ 2.218 ລ້ານໂດລາ ຫຼື 443,6 ລ້ານ ໂດລາຕໍ່ປີ, ພືດສົ່ງອອກທີ່ພົ້ນເດັ່ນ ແມ່ນຢາງພາລາ, ມັນຕົ້ນ, ກ້ວຍ, ກາເຟ, ສາລີ ແລະ ອື່ນໆ.
ນອກຈາກນັ້ນ, ຂະແໜງການທີ່ກ່ຽວຂ້ອງ ໄດ້ເລັ່ງໃສ່ການຂຶ້ນທະບຽນອອກໃບຕາດິນ ໃຫ້ໄດ້ຕາມແຜນ. ນັບແຕ່ 2021 ຮອດເດືອນ 10 ປີ 2025 ສາມາດຂຶ້ນທະບຽນອອກໃບຕາດິນໄດ້ 740.198 ຕອນ ເທົ່າກັບ 46% ຂອງແຜນການ (ຄາດໝາຍຂອງແຜນການ: ຈໍານວນ 1,6 ລ້ານ ຕອນ). ສໍາລັບ 10 ເດືອນ ປີ 2025 ສາມາດສໍາເລັດການອອກໃບຕາດິນ ໄດ້ 139.057 ຕອນ ເທົ່າກັບ 46,35% ຂອງແຜນປີ. ພ້ອມດຽວກັນນັ້ນ, ໄດ້ສຸມຄວາມພະຍາຍາມ ໃນການຫັນເປັນທັນສະໄໝໃນການຄຸ້ມຄອງທີ່ດິນ ໂດຍສະເພາະ ການສະແກນຂໍ້ມູນທີ່ດິນເຂົ້າໃນລະບົບດີຈິຕອນ ແລະ ທົດລອງເຊື່ອມລະບົບຖານຂໍ້ມູນທະບຽນທີ່ດິນ ກັບລະບົບຂໍ້ມູນການເກັບລາຍຮັບຂອງກະຊວງການເງິນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















