ຫ້ອງການຊາວໜຸ່ມກອງທັບ ປະກາດການຈັດຕັ້ງຂັ້ນພະແນກ
ເວລາອອກຂ່າວ: 2025-11-13 09:05:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 602 | ຄວາມນິຍົມ: ![]()
ໃນວັນທີ 12 ພະຈິກ 2025 ນີ້, ຫ້ອງການຊາວໜຸ່ມກອງທັບ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນພະແນກ, ໂດຍການເປັນປະທານຂອງສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ມີຄະນະພັກ-ຄະນະບັນຊາ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ຫົວໜ້າພະແນກພະນັກ ງານ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການຂຶ້ນກັບຫ້ອງການຊາວໜຸ່ມກອງທັບຄືດັ່ງນີ້: ແຕ່ງຕັ້ງ ສະຫາຍ ພັນໂທ ນາງ ສີໄຄ ພົມມະຈັນ ເປັນຫົວໜ້າພະແນກໂຄສະນາ-ຂະບວນການ, ສະຫາຍ ພັນໂທ ພັນທະຈັກ ດາສະຫວັນ ເປັນຫົວໜ້າພະແນກສັງລວມ, ສະຫາຍ ພັນຕີ ສອນຈັນ ສຸລິທອງ ເປັນຮອງຫົວໜ້າພະແນກສັງລວມ ແລະ ສະຫາຍ ພັນຕີ ຄຳຫຼ້າ ອິນທະລາ ເປັນຮອງຫົວໜ້າພະແນກໂຄສະນາ-ຂະບວນການ
ໂດຍ: ນາງ ໜູແດງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















