ໃນໄລຍະ 5 ປີ ກຳລັງປ້ອງກັນຄວາມສະຫງົບ ສາມາດມ້າງຄະດີ ທົ່ວປະເທດ ໄດ້ 21.003 ເລື່ອງ
ເວລາອອກຂ່າວ: 2025-11-13 10:19:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1023 | ຄວາມນິຍົມ: ![]()
ໃນໄລຍະຜ່ານມາ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ໃນໄລຍະ 5 ປີ (2021-2025) ໃນທົ່ວປະເທດ ສາມາດມ້າງຄະດີ ໄດ້ 21.003 ເລື່ອງ, ຈັບຜູ້ຖືກຫາໄດ້ 31.289 ຄົນ, ຍິງ 3.254 ຄົນ. ສ່ວນທິດທາງຕໍ່ໜ້າ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກນີ້, ທີ່ຫໍສະພາແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ
ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານຜົນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2025) ໃຫ້ຮູ້ວ່າ: ພາຍຫຼັງທີ່ກົມການເມືອງສູນກາງພັກ ໄດ້ອອກຄໍາສັ່ງ ວ່າດ້ວຍເພີ່ມທະວີການນໍາພາ, ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ສະພາແຫ່ງຊາດ ໄດ້ອອກມະຕິຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ສະພາແຫ່ງຊາດ ຮັບຮອງເອົາທິດທາງແຜນການ ແລະ ວິທີແກ້ໄຂໃນຕໍ່ໜ້າ ອອກໄປຮອດທ້າຍປີ 2025; ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ເປັນເຈົ້າການເພີ່ມທະວີ, ຍົກລະດັບການນໍາພາ-ຊີ້ນໍາ ການເຄື່ອນໄຫວພາລະບົດບາດ ເປັນໃຈກາງໃນການປະສານສົມທົບ ກັບບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄປຕາມ 6 ວຽກຈຸດສຸມ.
ຜ່ານການຊີ້ນໍາ ໃນການຈັດຕັ້ງປະຕິບັດຮອບດ້ານ ໃນວຽກງານແກ້ໄຂບັນຫາຢາເສບຕິດ ເຫັນວ່າມີຜົນສໍາເລັດເປັນຢ່າງດີ, ເຊິ່ງສະແດງໃຫ້ເຫັນຕົວເລກຄະດີ ທີ່ໄດ້ແກ້ໄຂແຕ່ເດືອນ 7 ປີ 2021 ຫາ ເດືອນ 10 ປີ 2025 ໃນທົ່ວປະ ເທດສາມາດມ້າງຄະດີໄດ້ 21.003 ເລື່ອງ, ຈັບຜູ້ຖືກຫາ 31.289 ຄົນ, ຍິງ 3.254 ຄົນ, ຕ່າງປະເທດ 938 ຄົນ, ຍິງ 85 ຄົນ, ຢຶດເຮໂຣອິນ ໄດ້ 1.852 ກິໂລກຼາມ, ຢາບ້າ 69.261 ກິໂລກຼາມ, ຢາຝິ່ນ 574 ກິໂລກຼາມ, ຢາໄອສ 17.386 ກິໂລກຼາມ, ກັນຊາ 27.626 ກິໂລກຼາມ, ເຄຕາມິນ 7.972 ກິໂລກຼາມ, ໂຄເຄນ 4 ກິໂລກຼາມ, ຢາອີ 16.519 ເມັດ ກັບ 92 ກິໂລກຼາມ, ແປ້ງຝຸ່ນປະສົມຢາເສບຕິດ 103.348 ກິໂລກຼາມ, ຄາເຟອິນ 168 ກຼາມ, ນໍ້າຢາສານເຄມີ 10 ກິໂລກຼາມ, 101 ຖັງ ກັບ 905 ຕຸກ, ນໍ້າກົດ 9.400 ລິດ, ພາຫະນະລົດໃຫຍ່ 649 ຄັນ, ລົດຈັກ 3.377 ຄັນ, ເຮືອ 5 ລໍາ ແລະ ເຄື່ອງຂອງກາງອື່ນໆອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















