ກອງພັນໃຫຍ່ 11 ຜ່ານແຜນການປ້ອງກັນ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII
ເວລາອອກຂ່າວ: 2025-11-13 10:49:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 963 | ຄວາມນິຍົມ: ![]()
ໃນວັນທີ 11 ພະຈິກ 2025 ນີ້, ກອງພັນໃຫຍ່ 11 ໄດ້ຈັດກອງປະຊຸມ ຜ່ານແຜນການ ປ້ອງກັນງານມະຫະກຳກິລາ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໂດຍການເປັນປະທານຂອງສະຫາຍ ພັນເອກ ຄຳສາຍ ມົນດວງສີງ ຫົວໜ້າການເມືອງ ກອງພັນໃຫຍ່ 11, ມີສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11 ພ້ອມດ້ວຍຄະນະ, ມີບັນດາຄະນະພັກ-ຄະນະບັນຊາ ກອງພັນນ້ອຍ ແລະ ກອງຮ້ອຍເຂົ້າຮ່ວມ.
ສະຫາຍ ພັນໂທ ວິໄລສັກ ເພັດສະວົງ ຫົວໜ້າຂະແໜງສູ້ຮົບ, ພະແນກເສນາກອງພັນໃຫຍ່ 11 ໄດ້ຜ່ານແຜນການປ້ອງກັນ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ອິງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລະດັບຊາດ ການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ, ອິງຕາມ ຂໍ້ຕົກລົງຂອງຄະນະຮັບຜິດຊອບ ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ວ່າດ້ວຍການແຕ່ງຕັ້ງກຳມະການ ຝ່າຍຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ, ອິງຕາມ ແຜນການປ້ອງກັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນເດືອນ 11 ປີ 2025 ທີ່ນະຄອນຫຼວງວຽງຈັນ ຂອງຫົວໜ້າກົມສູ້ຮົບ, ອິງຕາມ ກອງປະຊຸມມອບໝາຍຂອງກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໃນຄັ້ງວັນທີ 13 ສິງຫາ 2025 ກໍຄືໜ້າທີ່ການເມືອງຂອງກົມກອງ ທີ່ໄດ້ຮັບມອບໜາຍໃນສະເພາະໜ້າ ແລະ ຍາວນານ. ໃນການປະຕິບັດວຽກງານປ້ອງກັນ ງານມະຫະກຳກິລາແຫ່ງຊາດ ຄັ້ງນີ້, ກໍເພື່ອຮັບປະກັນໃຫ້ປະເທດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບມີຄວາມເປັນລະບຽບຮຽບຮ້ອຍ, ຕ້ານ ແລະ ສະກັດກັ້ນ ບັນດາປະກົດການຫຍໍ້ທໍ້ ໃນສັງຄົມ ບໍ່ໃຫ້ມີເຫດການເກີດຂຶ້ນທົ່ວປະເທດ ເວົ້າລວມ ເວົ້າສະເພາະ ແມ່ນຂອບເຂດກົມກອງຮັບຜິດຊອບ ກໍຄືຈຸດປ້ອງກັນໃຫ້ມີຄວາມປອດໄພ 100%.
ຈາກນັ້ນສະຫາຍ ພັນໂທ ໄມທອງ ຫິນລໍວັນ ຮອງຫົວໜ້າພະແນກ ການເມືອງກໍໄດ້ຜ່ານຂໍ້ແຂ່ງຂັນ ແລະ ມະຕິ ນຳພາໃນການປ້ອງກັນ ງານມະຫາກຳກິລາແຫ່ງຊາດ ຄັ້ງນີ້ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















